ແຂວງອຸດົມໄຊ ຈັດກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ II ພາຍໃຕ້ຄຳຂວັນ: ເພີ່ມທະວີການນຳພາ ຂອງ ອົງຄະນະແຂວງ ສ້າງການຫັນປ່ຽນໃໝ່ ວຽກງານການເມືອງ-ແນວຄິດ ຢ່າງແຂງແຮງ.

ແຂວງອຸດົມໄຊ ຈັດກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ II ພາຍໃຕ້ຄຳຂວັນ: ເພີ່ມທະວີການນຳພາ ຂອງ ອົງຄະນະແຂວງ ສ້າງການຫັນປ່ຽນໃໝ່ ວຽກງານການເມືອງ-ແນວຄິດ ຢ່າງແຂງແຮງ.
ເພື່ອສືບຕໍ່ຜັນຂະຫຍາຍ ມະຕິ ເລກທີ 206 ຂອງ ກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບ ວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມວຽກງານ ການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I ຜ່ານມາ. ມາໃນວັນທີ 20 ເມສາ 2026 ແຂວງອຸດົມໄຊ ຈຶ່ງໄດ້ດໍາເນີນກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ II ຂຶ້ນຢ່າງເປັນທາງການ; ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ອະດີດການນໍາ, ຄະນະພັກສອງກອງບັນຊາການ ປກຊ-ປກສ ແຂວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ເລຂາ, ຮອງເລຂາພັກເມືອງ ແລະ ຈາກພະແນກການ, ອົງການຈັດຕັ້ງ,ອົງການທຽບເທົ່າ ອ້ອມຂ້າງແຂວງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ດຳເນີນໃນໄລຍະຕົ້ນ ຂອງການຈັດຕັ້ງເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍ ເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງ ອົງຄະນະພັກແຂວງອຸດົມໄຊ ແລະ ນິຕິກຳອື່ນໆ ຢ່າງເປັນຂະບວນການ ກ້ວາງຂວາງ, ທົ່ວເຖິງ ແລະ ເລິກເຊິ່ງ; ຕິດພັນກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດ ແລະ ສະຫຼຸບຕີລາຄາຄືນ ໝາກຜົນແຫ່ງການນໍາພາຈັດຕັ້ງປະຕິບັດວຽກງານຕົວຈິງ ຢູ່ໃນຄວາມຮັບຜິດຊອບຂອງຕົນ ດ້ານຕັ້ງໜ້າ ແລະ ພົ້ນເດັ່ນ ຈະສືບຕໍ່ເສີມຂະຫຍາຍ ພ້ອມນັ້ນກໍຕ້ອງຕີລາຄາ, ວິເຄາະ, ວິໄຈບັນຫາທີ່ຍັງເປັນສິ່ງກົດໜ່ວງ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ພ້ອມກັນມີວິທີການປັບປຸງ, ແກ້ໄຂ ເພື່ອສາມາດຕອບສະໜອງຕໍ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ໃນໂອກາດກ່າວໄຂກອງປະຊຸມ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ກ່າວວ່າ: ວຽກງານເມືອງ-ແນວຄິດ ເວລາໃດກໍເປັນວຽກງານກົກ, ເປັນວຽກງານແຖວໜ້າ ແລະ ເປັນວຽກງານທີ່ປະກອບສ່ວນສໍາຄັນເຂົ້າໃນໄຊຊະນະລວມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕະຫຼອດໄລຍະຜ່ານມາ ຄະນະບໍລິຫານງານສູນກາງພັກ ກໍຄື ຄະນະບໍລິຫານງານພັກແຂວງ ໄດ້ຖືວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ເປັນວຽກງານສໍາຄັນ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເປັນຕົ້ນແມ່ນການຫັນເອົາບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ມູນເຊື້ອຂອງຊາດ, ຂອງພັກ ແລະ ນິຕິກຳຕ່າງໆ ມາເຜີຍແຜ່ ເຊື່ອມຊຶມ ດ້ວຍຫຼາຍຮູບແບບ ແລະ ວິທີການຢ່າງຕໍ່ເນື່ອງ: ເຊິ່ງໄດ້ເຮັດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ແລະ ປະຊາຊົນບັນດາເຜົ່າ ມີຄວາມເຊື່ອໝັ້ນຕໍ່ ການນຳພາຂອງພັກ, ການຄຸ້ມຄອງບໍລິຫານລັດ, ເປັນເຈົ້າການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງອຸດົມໄຊ ເຮັດໃຫ້ແຂວງ ຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ແກ້ໄຂດີຂຶ້ນເປັນກ້າວໆ. ພ້ອມກັນຄົ້ນຄວ້າຕໍ່ ບັນດາເນື້ອໃນເອກະສານທີ່ສໍາຄັນ ໂດຍສະເພາະສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດ ມະຕິກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ, ຄາດໝາຍສູ້ຊົນຮອດ ປີ 2030, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານໂຄສະນາອົບຮົມ ທົ່ວແຂວງ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026, ສະຫຼຸບວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ທົ່ວແຂວງ 5 ປີ (2021-2025) ແລະ ປະຈຳປີ 2025; ເຜີຍແຜ່ ບົດແນະນໍາ ຂອງ ຄະນະໂຄສະນາອົບຮົມສູນກາງພັກ ວ່າດ້ວຍການສ້າງເອກະລາດ ເປັນເຈົ້າຕົນເອງ ວຽກງານໂຄສະນາອົບຮົມ ໃນໄລຍະໃໝ່ ພ້ອມກັນປະກອບຄໍາເຫັນ ຕໍ່ວຽກງານການເມືອງ-ແນວຄິດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຈາກບັນດາພະແນກການ-ອົງການອ້ອມຂ້າງແຂວງ ແລະ ເມືອງ. ພ້ອມທັງຮຽກຮ້ອງມາຍັງບັນດາຜູ້ແທນກອງປະຊຸມ ພ້ອມກັນດໍາເນີນກອງປະຊຸມດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຜົນສໍາເລັດ ຕາມຈຸດປະສົງ ຄາດໝາຍ ທີ່ວາງໄວ້

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa