ເມືອງຫຼາ ຈັດພິທີລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ 25 ພະຈິກ.
ວັນທີ 25 ພະຈິກ 2026 ນີ້, ສະຫະພັນແມ່ຍິງເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດພິທີລະນຶກວັນສາກົນ ເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 25 ພະຈິກ. ກ່ອນເຂົ້າສູ່ພິທີຢ່າງເປັນທາງການ ກໍໄດ້ຮັບຊົມການສະແດງສິລະປະບົດຟ້ອນໝູ່ຍິງ-ຊາຍ ຈາກນ້ອງນ້ອຍນັກຮຽນ ໂຮງຮຽນປະຖົມສົມບູນບຸດໄຊຍາ ເພື່ອສະແດງເຖິງບົດບາດຂອງເດັກນ້ອຍ ໃນຖານະເປັນສັນຍາລັກແຫ່ງອະນາຄົດທີ່ສົດໃສ, ການມີສ່ວນຮ່ວມຢ່າງສ້າງສັນ ແລະ ການສົ່ງສານຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຮ່ວມກັນປົກປ້ອງ, ເບິ່ງແຍງ ແລະ ສ້າງສະພາບແວດລ້ອມທີ່ປອດໄພ ປາສະຈາກຄວາມຮຸນແຮງ.
ພິທີໄດ້ຈັດຂຶ້ນທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ທ່ານ ເນັ່ງເຮີ ເລ່ຍເຊີ ກຳມະການປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານຄະນະຄຸ້ມຄອງແມ່ ແລະ ເດັກ ຂັ້ນເມືອງ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ໄລວອນ ຈັນທະລາ ຮອງເລຂາພັກເມືອງ; ທ່ານ ນາງ ທອງພັດ ໄຊຍາສິດ ກຳມະການພັກເມືອງ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ປະທານສະຫະພັນແມ່ຍິງເມືອງ; ພ້ອມດ້ວຍກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນທະຫານ-ຕຳຫຼວດ, ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດສະຫະພັນໜ່ວຍແມ່ຍິງອ້ອມຂ້າງເມືອງ ເຂົ້າຮ່ວມທັງໝົດ 87 ທ່ານ, ຍິງ 55 ທ່ານ.
ໃນພິທີ, ທ່ານ ເນັ່ງເຮີ ເລ່ຍເຊີ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ ຂອງທຸກໆປີ ເຊິ່ງປີນີ້ ຈັດຂຶ້ນພາຍໃຕ້ຂະບວນການ “16 ມື້ ຮ່ວມກັນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ: ຮັບປະກັນຄວາມຍຸຕິທຳ, ການປົກປ້ອງຜູ້ລອດຊີວິດ ແລະ ລົງໂທດຜູ້ກະທຳຜິດຕາມກົດໝາຍຢ່າງເຂັ້ມງວດ” ທີ່ດຳເນີນໄປໃນລະຫວ່າງວັນທີ 25 ພະຈິກ ຫາ 10 ທັນວາ 2026. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນສະພາບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ເຊິ່ງຢູ່ ສປປ ລາວ ພັກ-ລັດ ຍາມໃດກໍເອົາໃຈໃສ່ສຶກສາອົບຮົມຖັນແຖວພະນັກງານແມ່ຍິງ ໃຫ້ມີຄຸນສົມບັດ ແລະ ຄວາມສາມາດຮອບດ້ານ ເພື່ອຄຽງບ່າຄຽງໄຫຼ່ກັບເພດຊາຍ ໃນທຸກວຽກງານຂອງພັກ-ຂອງລັດ ແນໃສ່ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ປະຕິບັດສິດສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ປາສະຈາກການຈຳແນກ ກໍຄື ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.
ຈາກນັ້ນ, ທ່ານ ນາງ ທອງພັດ ໄຊຍາສິດ ປະທານສະຫະພັນແມ່ຍິງເມືອງ ກໍໄດ້ເຜີຍແຜ່ວັນສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ວັນເດັກໂລກ ວັນທີ 20 ພະຈິກ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການປົກປ້ອງ, ການສົ່ງເສີມ ແລະ ການຮັບປະກັນສິດທິພື້ນຖານຂອງເດັກ ທັງດ້ານການມີຊີວິດຢູ່ລອດ, ການພັດທະນາ, ການປົກປ້ອງຈາກການຖືກຂູດຮີດ-ການໃຊ້ຄວາມຮຸນແຮງ ແລະ ການມີສ່ວນຮ່ວມຢ່າງເໝາະສົມຕາມໄວຂອງເດັກ ພ້ອມທັງຊຸກຍູ້ໃຫ້ຄອບຄົວ, ໂຮງຮຽນ ແລະ ຊຸມຊົນ ຮ່ວມກັນເປັນຫູເປັນຕາ ແລະ ສ້າງເງື່ອນໄຂໃຫ້ເດັກທຸກຄົນໄດ້ເຕີບໃຫຍ່ຢ່າງປອດໄພ, ມີຄຸນນະພາບ ແລະ ມີສຸຂະພາບແຂງແຮງ.
ການຈັດພິທີຄັ້ງນີ້ ບໍ່ພຽງແຕ່ເປັນການເຜີຍແຜ່ເນື້ອໃນເອກະສານເທົ່ານັ້ນ ແຕ່ຍັງເປັນການປູກຈິດສຳນຶກໃຫ້ພະນັກງານ-ລັດຖະກອນ ແລະ ສັງຄົມ ດັດປັບທັດສະນະຄະຕິ, ຢຸດຕິທຸກການກະທຳທີ່ເປັນການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ແມ່ຍິງ ແລະ ເດັກນ້ອຍ ພ້ອມທັງເພີ່ມທະວີຄວາມເຂົ້າໃຈຕໍ່ຄວາມສຳຄັນຂອງການລຶບລ້າງຄວາມຮຸນແຮງໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນກວ່າເກົ່າ.
ຂ່າວ: ວົງເດືອນ ຄຳສະຫວັນ-ຄະນະໂຄສະນາອົບຮົມເມືອງຫຼາ