ເມືອງຫຼາ ຈັດພິທີປາຖະກະຖາ ວັນກອງເຍົາວະຊົນທັນວາ ຄົບຮອບ 71 ປີ.

ເມືອງຫຼາ ຈັດພິທີປາຖະກະຖາ ວັນກອງເຍົາວະຊົນທັນວາ ຄົບຮອບ 71 ປີ.

​        ໃນວັນທີ 26 ພະຈິກ 2026 ນີ້, ຄະນະບໍລິຫານງານຊາວໜຸ່ມ ເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດພິທີປາຖະກະຖາ ວັນກອງເຍົາວະຊົນທັນວາ ຄົບຮອບ 71 ປີ (2 ທັນວາ 1955 – 2 ທັນວາ 2026) ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ໄລວອນ ຈັນທະລາ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ພັກ-ພະນັກງານ ແລະ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ຂັ້ນເມືອງ. ເຂົ້າຮ່ວມມີ ຮອງຄະນະເລຂາຊາວໜຸ່ມເມືອງ, ອົງການຈັດຕັ້ງກ່ຽວຂ້ອງ, ຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນ ຈາກໂຮງຮຽນອ້ອມຂ້າງເທດສະບານເມືອງ ປະກອບມີ: ໂຮງຮຽນປະຖົມບ້ານບວມສົ້ມ, ໂຮງຮຽນປະຖົມບ້ານໜອງບົວ, ໂຮງຮຽນປະຖົມບ້ານວຽງຄຳ, ໂຮງຮຽນປະຖົມບຸດໄຊຍາ ແລະ ໂຮງຮຽນປະຖົມພູລ້ອງຄຳ.

​        ໃນພິທີ, ໄດ້ຜ່ານຂໍ້ຕົກລົງ ເລກທີ 03/ຄຊປປລ.ມ ລົງວັນທີ 25 ພະຈິກ 2026 ວ່າດ້ວຍການຮັບມະຫາຊົນຜູ້ກ້າວໜ້າເປັນສະມາຊິກເຍົາວະຊົນ-ອະນຸຊົນທັນວາ ປະຈຳປີ 2026; ໂດຍເຫັນດີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກອະນຸຊົນທັນວາ ຈຳນວນ 67 ນ້ອງ, ຍິງ 39 ນ້ອງ ແລະ ເຫັນດີເລື່ອນສະມາຊິກອະນຸຊົນກ້າວໜ້າເຂົ້າເປັນສະມາຊິກເຍົາວະຊົນທັນວາ ຈຳນວນ 69 ນ້ອງ, ຍິງ 38 ນ້ອງ. ຈາກນັ້ນ, ຄູ-ອາຈານຜູ້ຮັບຜິດຊອບເຍົາວະຊົນ-ອະນຸຊົນ ແຕ່ລະໂຮງຮຽນ ໄດ້ຂຶ້ນຄ້ອງແພແດງໃຫ້ນ້ອງນ້ອຍເຍົາວະຊົນ ແລະ ແພຟ້າໃຫ້ນ້ອງອະນຸຊົນໃໝ່, ພ້ອມທັງສະເໜີສະມາຊິກເກົ່າມັດແພແດງ-ແພຟ້າ ແລະ ຂຶ້ນກ່າວຮັບເອົາສະມາຊິກຊຸດໃໝ່ຢ່າງເປັນຂະບວນຟົດຟື້ນ.

​       ໃນໂອກາດນີ້, ທ່ານ ນາງ ໄລວອນ ຈັນທະລາ ປະທານພິທີ ໄດ້ຂຶ້ນປາຖະກະຖາຫວນຄືນມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງເຍົາວະຊົນທັນວາ ນັບແຕ່ມື້ສ້າງຕັ້ງຂຶ້ນໃນວັນທີ 2 ທັນວາ 1955 ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເຊິ່ງເຍົາວະຊົນລາວໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ພ້ອມກັນນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ນ້ອງນ້ອຍເຍົາວະຊົນ-ອະນຸຊົນທັນວາ ຈົ່ງເພີ່ມທະວີນ້ຳໃຈຮັກຊາດ, ດຸໝັ່ນຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມຕົນເອງຕາມຄຳສອນ 6 ປະການ ຂອງປະທານ ສຸພານຸວົງ ແລະ ຂໍ້ແຂ່ງຂັນ “3 ດີ 4 ຮູ້”, ຮັກສາກຽດສັກສີຂອງຜ້າພັນຄໍສີແດງ ທີ່ເປັນສັນຍາລັກແຫ່ງເລືອດເນື້ອຂອງນັກຮົບປະຕິວັດ ເພື່ອກຽມຄວາມພ້ອມກ້າວຂຶ້ນເປັນສະມາຊິກຊາວໜຸ່ມ ແລະ ເປັນຜູ້ສືບທອດທີ່ດີຂອງປະເທດຊາດໃນອະນາຄົດ.

ຂ່າວ: ວົງເດືອນ ຄຳສະຫວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa