

ໃນວັນທີ 23 ພະຈິກ 2026 ຄະນະໂຄສະນາອົບຮົມແຂວງອຸດົມໄຊ ນຳພາໂດຍ ທ່ານ ນາງ ມະນີຈັນ ວິໄລຈິດ ກໍາມະການປະຈໍາພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມແຂວງ ໄດ້ຕ້ອນຮັບ ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມ, ພ້ອມດ້ວຍຄະນະທິມງານຈາກກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ລົງມາເຄື່ອນໄຫວເຮັດວຽກ ຢູ່ແຂວງອຸດົມໄຊ.
ໃນການເຄື່ອນໄຫວ ແລະ ເຮັດວຽກຮ່ວມກັນໃນຄັ້ງນີ້ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນກ່ຽວກັບການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊສ ແລະ ການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່, ໃນກອງປະຊຸມ ທ່ານ ນາງ ມະນີຈັນ ວິໄລຈິດ ໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດວຽກງານງານໂຄສະນາອົບຮົມແຂວງໃນໄລຍະ 9 ເດືອນ 2026 ບັນລຸເຖິງ 73% ຂອງແຜນການປີ, ສະເພາະວຽກງານຂໍ້ມູນຂ່າວສານ ບັນລຸ 69% ແລະ ໄລຍະຜ່ານມານອກຈາກການນຳໃຊ້ພາຫະນະສື່ມວນຊົນເຊັ່ນ: ໂທລະໂຄ່ງ, ວິທະຍຸ, ໂທລະພາບ ແລະ ອື່ນໆ ເຂົ້າໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ເອກະສານມູນເຊື້ອຂອງຊາດ, ຂອງພັກ, ຂອງທ່ານຜູ້ນຳ ແລະ ສະພາບການພົ້ນເດັ່ນພາຍໃນແຂວງແລ້ວ ຍັງໄດ້ເອົາໃຈໃສ່ສ້າງ, ຄຸ້ມຄອງ, ພັດທະນາ ແລະ ນຳໃຊ້ເວັບໄຊສ, ເຟດບຸກ, ຍູທູບ ຂອງຄະນະໂຄສະນາອົບຮົມແຂວງ ເຂົ້າໃນການເຜີຍແຜ່ພາລະບົດບາດ, ຜົນງານການຈັດຕັ້ງເຄື່ອນໄຫວວຽກງານການເມືອງ-ແນວຄິດ ແລະ ວຽກງານໂຄສະນາອົບຮົມຢູ່ແຂວງອຸດົມໄຊ ຜ່ານບັນດາບົດຂ່າວ, ບົດຄວາມ, ບົດສາລະຄະດີຕ່າງໆ ເຮັດໃຫ້ສັງຄົມຮັບຮູ້, ເຂົ້າໃຈເຖິງບົດບາດ, ຄວາມສຳຄັນ ແລະ ການພັດທະນາວຽກງານໂຄສະນາອົບຮົມໃນແຕ່ລະໄລຍະ; ຄຽງຄູ່ກັນນັ້ນ ຍັງໄດ້ເກັບກຳບັນດານິຕິກຳສຳຄັນຕ່າງໆ ລົງຖານຂໍ້ມູນເວັບໄຊສ, ສຳເນົາໃນຫ້ອງສະໝຸດ, ປັບປຸງຫ້ອງປະຊຸມທາງໄກ, ສະໜອງອຸປະກອນໄອທີ ແລະ ຈັດອົບຮົມຄວາມຮູ້ກ່ຽວກັບການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການບໍລິຫານວຽກງານຢ່າງຕໍ່ເນື່ອງ ປະກອບສ່ວນເຮັດໃຫ້ວຽກງານໂຄສະນາອົບຮົມ ຢູ່ແຂວງອຸດົມໄຊ ໄດ້ຮັບການປັບປຸງຫັນເຂົ້າສູ່ທັນສະໄໝຫຼາຍຂຶ້ນ; ຄຽງຄູ່ກັບຜົນງານດ້ານດີ ຍັງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແນວທາງການປັບປຸງໃນຕໍ່ໜ້າ. ພ້ອມດຽວກັນນັ້ນ ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຄະນະໂຄສະນາອົບຮົມແຂວງສາມາດຍາດມາໄດ້ ແລະ ໄດ້ຍົກໃຫ້ເຫັນເຖິງທິດຊີ້ນຳ, ຄວາມຈຳເປັນໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່, ພ້ອມທັງ ແລກປ່ຽນບົດຮຽນດ້ານວິຊາການນຳກັນຢ່າງກົງໄປ-ກົງມາ ແລະ ລົງກວດກາຫ້ອງສະໝຸດ, ຫ້ອງປະຊຸມທາງໄກ, ກວດເຊັກຄອມພິວເຕີຂອງບັນດາຂະແໜງ, ຈາກນັ້ນ ໄດ້ລົງມອບຄອມພິວເຕີໃຫ້ຄະນະໂຄສະນາອົບຮົມເມືອງແບງ ຕິດພັນກັບການເກັບກຳສະພາບການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມຢູ່ຂັ້ນເມືອງ ແລະ ຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມ ຢູ່ແຂວງອຸດົມໄຊ ໃນຕໍ່ໜ້າ.