ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງໄຊ
14 February, 2024
ເພື່ອຕິດຕາມ, ຊຸກຍູ້ການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມຢູ່ບັນດາເມືອງ ແນໃສ່ປັບປຸງ ແລະ ຍົກສູງຄຸນນະພາບວຽກງານ ໃຫ້ຫັນເຂົ້າສູ່ຄຸນນະພາບໃໝ່ເທື່ອລະກ້າວ ເປັນຕົ້ນແມ່ນການປັບປຸງຮູບການ, ວິທີການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໄໝ່. ດັ່ງນັ້ນ, ໃນຕອນບ່າຍຂອງວັນທີ 07 ທັນວາ 2023 ຄະນະໂຄສະນາອົບຮົມແຂວງ ນຳພາໂດຍ ...