

ຫນ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ສະຫລຸບ ຕີລາຄາ ການນຳພາ-ຊີ້ນຳ ແລະ ວຽກງານ ກວດກາ 6 ເດືອນຕົ້ນປີ 2026.
————
ກອງປະຊຸມ ສະຫລຸບ ຕີລາຄາ ວຽກງານ ການນຳພາ-ຊີ້ນຳ ຂອງ ຄະນະຫນ່ວຍພັກຮາກຖານ ແລະ ວຽກງານ ກວດກາ 6 ເດືອນຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍ ປີ 2026 ຂອງ ຫນ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ເລຂາຫນ່ວຍພັກຮາກຖານ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຫນ່ວຍພັກຮາກຖານ ຕະລອດຮອດ ສະມາຊິກພັກ ເຂົ້າຮ່ວມ.
ກອງປະຊຸມ ເພື່ອຍົກໃຫ້ເຫັນ ດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງຕ່າງໆ ໃນການເຄື່ອນໄຫວ ຈັດຕັ້ງປະຕິບັດຫນ້າທີ່ວຽກງານ ພາຍໃຕ້ການນຳພາ-ຊີ້ນຳ ຂອງ ຄະນະຫນ່ວຍພັກຮາກຖານ ໃນຕະລອດໄລຍະ 6 ເດືອນຜ່ານມາ ພ້ອມທັງ ມີຄຳຄິດ ຄຳເຫັນ, ແລກປ່ຽນບົດຮຽນ, ຕຳນິ, ສ່ອງແສງ ເຊິ່ງກັນ ແລະ ກັນ ແນໃສ່ໃນການປັບປຸງແກ້ໄຂ ການຈັດຕັ້ງປະຕິບັດ ວຽກງານ ຕາມທິດທາງແຜນການ 6 ເດືອນທ້າຍປີ 2026 ໃຫ້ມີຜົນສຳເລັດ ແລະ ບັນລຸຕາມລະດັບຄາດຫມາຍ.
ຕະຫລອດໄລຍະ 6 ເດືອນຜ່ານມາ ຫນ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ສາມາດຍາດໄດ້ຜົນງານຫລາຍດ້ານ ເປັນຕົ້ນແມ່ນ ວຽກງານທາງດ້ານການເມືອງ-ແນວຄິດ ໄດ້ຈັດຕັ້ງ ເຊື່ອມຊຶມ ມະຕິ, ມູນເຊື້ອວັນສຳຄັນຕ່າງໆ ໄດ້ 4 ຄັ້ງ, ເຂົ້າຮ່ວມພິທີ ປາຖະກະຖາ ເອກະສານຂອງແຂວງ 99 ຄັ້ງ, ວຽກງານປ້ອງກັນຊາດ-ປ້ອງກັນພັກ ໄດ້ແຕ່ງຕັ້ງ ຄະນະຫນ່ວຍປ້ອງກັນພາຍໃນ, ຈັດຕັ້ງເວນຍາມເປັນປົກກະຕິ ມີຄວາມປອດໄພ 100%, ວຽກງານວິຊາສະເພາະ ຄື: ວຽກງານບໍລິຫານ, ໂຄສະນາ, ສັງລວມ ແລະ ຂໍ້ມູນຂ່າວສານ, ວຽກງານສື່ມວນຊົນ ໂດຍລວມ ສາມາດຈັດຕັ້ງປະຕິບັດ ໄດ້ 58%, ວຽກງານອົງການຈັດຕັ້ງມະຫາຊົນ ໄດ້ດຳເນີນຊີວິດການເມືອງ, ເຂົ້າຮ່ວມຂະບວນການອອກແຮງງານ ໄດ້ 29 ຄັ້ງ, ຂະບວນການກິລາ ໄດ້ 6 ຄັ້ງ ແລະ ວຽກງານກໍ່ສ້າງພັກ-ພະນັກງານ ສາມາດຕິດຕາມທີ່ຈະຂະຫຍາຍມະຫາຊົນກ້າວຫນ້າ ເຂົ້າພັກ ໄດ້ 3 ສະຫາຍ, ຍິງ 2 ສະຫາຍ, ສົ່ງພະນັກງານ ບຳລຸງ ທິດສະດີ, ຝຶກອົບຮົມ ທັງພາຍໃນ ແລະ ຕ່າງປະເທດ ໄດ້ 5 ສະຫາຍ, ຍິງ 1 ສະຫາຍ. ສ່ວນວຽກງານ ກວດກາ ກໍໄດ້ມີການເຄື່ອນໄຫວ ຕິດຕາມ, ກວດກາ ການເຄື່ອນໄຫວ ຂອງສະມາຊິກພັກ ພ້ອມທັງ ມີການບັນທຶກ ແລະ ສ່ອງແສງ ລາຍງານ ຢ່າງເປັນປົກກະຕິ.
ເພື່ອເຮັດໃຫ້ ການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ໃນໄລຍະ 6 ເດືອນ ທ້າຍປີ 2026 ຂອງ ຄະນະຫນ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ມີຜົນສຳເລັດຕາມລະດັບຄາດຫມາຍ ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ເລຂາຫນ່ວຍພັກຮາກຖານ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄຳຄິດ ຄຳເຫັນ ພ້ອມທັງ ເນັ້ນຫນັກ ໃຫ້ບັນດາ ສະມາຊິກພັກ ສືບຕໍ່ເອົາໃຈໃສ່ ໃນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດ, ຫນ້າທີ່ ຄວາມຮັບຜິດຊອບ ຢ່າງຕັ້ງຫນ້າ, ປັບປຸງ, ແກ້ໄຂ ບັນດາວຽກງານທີ່ຍັງຄົງຄ້າງ ຕິດພັນກັບ ທິດທາງແຜນການທີ່ໄດ້ກຳນົດໄວ້.