ຂະແໜງສື່ມວນຊົນແຂວງ ສະຫຼຸບວຽກງານ 6 ເດືອນຕົ້ນປີ 2026

ໃນຕອນເຊົ້າ ວັນທີ 10 ກໍລະກົດ ນີ້ ຂະແໜງສື່ມວນຊົນ, ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານວີຊາສະເພາະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ທີ່ ຫ້ອງປະຊຸມຂອງຂະແໜງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳພູສະຫວັນ ເພັນສະຫວັດ ຫົວໜ້າຂະແໜງສື່ມວນຊົນ ເປັນກຽດເຂົ້າຮ່ວມມີ ທ່ານ ລໍ ຂຸນລໍ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນຂະແໜງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ອ່ຽງຄຳ ວິລະສັກ ຮອງຫົວໜ້າຂະແໜງສື່ມວນຊົນ ໄດ້ລາຍງານສະຫຼຸບຜົນງານການເຄື່ອນໄຫວ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ໂດຍໄດ້ຍົກໃຫ້ເຫັນບັນດາ ຜົນງານ-ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດວຽກງານ ໃນ 6 ເດືອນຕົ້ນປີ ເຊິ່ງໄດ້ສຸມໃສ່ການໂຄສະນາ ໃຫ້ແກ່ ການດໍາເນີນກອງປະຊຸມ ແລະ ການຜັັນຂະຫຍາຍ ເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ X ອົງຄະນະພັກແຂວງ, ບັ້ນເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນແຂວງ, ຜົນສໍາເລັດບັ້ນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ, ການຈັດງານບຸນປະເພນີບັນດາເຜົ່າຂອງແຂວງ, ກິດຈະກຳ ວັນບຸນປີໃໝ່ລາວ, ວັນສຳຄັນຕ່າງໆຂອງຊາດ, ຂອງພັກ ເຊັ່ນ: ວັນສ້າງຕັ້ງ ກອງທັບ, ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ, ວັນສ້າງຕັ້ງກຳລັງ ປກສ ແລະ ອື່ນໆ ຄຽງຄູ່ກັບການ ໂຄສະນາຂະບວນການສ້າງສາ ພັດທະນາ ເສດຖະກິດ-ສັງຄົມ, ວຽກດີຄົນເດັ່ນ, ການເຄື່ອນໄຫວຂອງການນຳແຂວງ, ການເຄື່ອນໄຫວວຽກງານຂອງ ກົມກອງ, ພະແນກການ, ອົງການ, ຂະແໜງການຕ່າງໆໃນທົ່ວແຂວງ-ເມືອງ ແລະ ສ້າງຄວາມບັນເທິງຕ່າງໆ ຢ່າງເປັນຂະບວນຟົດຟື້ນ.

ສາມາດລົງເກັບກຳຂ່າວ-ບົດ ໄດ້ 358 ຄັ້ງ, ໃນນີ້ ລົງເມືອງ 6 ຄັ້ງ, ເຄື່ອນໄຫວນຳການນຳແຂວງ 17 ຄັ້ງ, ຂຽນຂ່າວໄດ້ທັງໝົດ 426 ຂ່າວ, ຕັດຕໍ່ຂ່າວ 389 ຂ່າວ, ອັບຂ່າວລົງສື່ອອນລາຍ ໄດ້ 778 ຂ່າວ, ສົ່ງຂ່າວໃຫ້ສື່ສູນກາງໄດ້ 385 ຂ່າວ, ສົ່ງລາຍການໂທລະພາບອອກຢູ່ສູນກາງໄດ້ 28 ຄັ້ງ, ກວດແກ້ຂ່າວໄດ້ທັງໝົດ 1.431 ຂ່າວ, ກວດແກ້ບົດໄດ້ 38 ບົດ, ຊຸກຍູ້ບັນດາກົມກອງ, ພະແນການ, ອົງການ, ຂະແໜງການ ແລະ ເມືອງ ໃນການສົ່ງຂ່າວອອກວິທະຍຸ-ໂທລະພາບ ເປັນປົກກະຕິ. ໂຄສົກວິທະຍຸກະຈາຍສຽງ 4 ພາສາເຜົ່າ ສາມາດຈັດລາຍການໄດ້ທັງໝົດ 2.259 ຄັ້ງ, ໃນນີ້ ລາຍການສົດ 1.416 ຄັ້ງ, ລາຍການອັດ 848 ຄັ້ງ, ອັດພາກຂ່າວໄດ້ 594 ຄັ້ງ, ສະຫຼຸບຂ່າວປະຈຳອາທິດໄດ້ 28 ຄັ້ງ, ລາຍງານຂ່າວໃຫ້ວິທະຍຸກະຈາຍສຽງແຫ່ງຊາດ ໄດ້ທັງໝົດ 458 ຂ່າວ, ອ່ານແຈ້ງການໄດ້ 30 ສະບັບ, ຮັບຂ່າວຈາກ ຄອຮ ເມືອງ 7 ເມືອງໄດ້ 225 ຂ່າວ. ເຕັກນິກຕັດຕໍ່, ຄຸ້ມຄອງເຄື່ອງສົ່ງ, ອອກອາກາດທາງວິທະຍຸແຂວງ ແລະ ວິທະຍູ-ໂທລະພາບ ພາກ ໄດ້ອັດ-ຕັດຕໍ່ລາຍການໄດ້ທັງໝົດ 1.328 ລາຍການ ໃນນີ້ ລາຍການບັນດາພະແນການ 341 ລາຍການ. ຄວບຄຸມອອກອາກາດໄດ້ທັງໝົດ 1.808 ຊົ່ວໂມງ. ໃນນີ້ ໄດ້ອອກາດທາງໂທລະໂຄ່ງຄວບຄູ່ກັບ ວິທະຍຸ ໄດ້ 1.116 ຊົ່ວໂມງ, ຖ່າຍທອດລາຍການ ແລະ ພາກຂ່າວຈາກວິທະຍຸກະຈາຍສຽງແຫ່ງຊາດ ໄດ້ 275 ຊົ່ວໂມງ, ສົ່ງພາກຂ່າວໃຫ້ບັນດາເມືອງ ອອກອາກາດ ໄດ້ 182 ຄັ້ງ, ປະກາດແຈ້ງການ ໄດ້ 161 ຄັ້ງ, ສ້ອມແປງໂທລະໂຄ່ງ 4 ຄັ້ງ. ວຽກງານບໍລິຫານ-ການຕະຫຼາດ ແລະ ຄຸ້ມຄອງສື່ມວນຊົນ ໄດ້ເຮັດໜ້າທີ່ໃນການເປັນເສນາທິການ ໃຫ້ແກ່ ຄະນະຂະແໜງ ໃນການເປັນເຈົ້າການປະສານງານກັບພາກສ່ວນຕ່າງໆ ອຳນວຍຄວາມສະດວກທາງດ້ານວັດຖຸ-ອຸປະກອນ ແລະ ງົບປະມານ ໃຫ້ແກ່ ການເຄື່ອນໄຫວວຽກງານວິຊາສະເພາະພາຍໃນຂະແໜງ, ຈົດບັນທຶກເອກະສານຂາເຂົ້າໄດ້ 67 ສະບັບ ໄລະຍ 6 ເດືອນຕົ້ນປີ 2026 ສາມາດຈັດເກັບລາຍຮັບ ແລະ ມອບເຂົ້າຄັງເງິນ ທັງໝົດ: 35.140.000 ກີບ. ພ້ອມທັງຜ່ານທິດທາງແຜນການຈຸດສຸມ 6 ເດືອນທ້າຍປີ ວຽກງານວິຊາສະເພາະ, ທິດທາງແຜນການ 6 ເດືອນທ້າຍປີ ວຽກງານບັນນາທິການ ແລະ ຂໍ້ຕົກລົງທີ່ກ່ຽວຂ້ອງຈຳນວນໜຶ່ງ ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ມີຄຳຄິດ ຄຳເຫັນ ໃສ່ບົດສະຫລຸບ ແລະ ຮັບຮອງເອົາທິດທາງແຜນການ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃສ່ວຽກງານຕົວຈິງ.
ໃນໂອກາດດັ່ງກ່າວ, ທ່ານ ລໍ ຂຸນລໍ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ຄຳເຫັນຊີ້ນຳ ໂດຍເນັ້ນໃຫ້ ຂະແໜງສື່ມວນຊົນ ສືບຕໍ່ຍົກສູງຄຸນນະພາບວຽກງານຂ່າວສານ, ພັດທະນາ ເນື້ອໃນ ແລະ ຮູບແບບການເຜີຍແຜ່ໃຫ້ທັນສະໄໝ, ສຸມໃສ່ພັດທະນາການນຳໃຊ້ສື່ດິຈິຕອນ ເພື່ອຮັບໃຊ້ວຽກງານໂຄສະນາ ຂອງພັກ ແລະ ລັດ ໃຫ້ມີປະສິດທິຜົນສູງຂຶ້ນ.
ຂ່າວ:ຄຳພັນ ແກ້ວມະນີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa