

ໃນຕອນເຊົ້າວັນທີ 17 ກໍລະກົດ ນີ້, ທີ່ ສະໂມສອນແຂວງ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026). ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ມະນີຈັນ ວິໄລຈິດ, ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງອຸດົມໄຊ; ມີບັນດາທ່ານຄອບຄົວການນຳ, ການນຳເພດຍິງ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄະນະຮາກຖານ, ຄະນະໜ່ວຍສະຫະພັນແມ່ຍິງ ຕະຫລອດຮອດ ສະມາຊິກແມ່ຍິງ, ຈາກບັນດາພະແນກການ, ສອງກອງບັນຊາການ, ອົງການຈັດຕັ້ງອ້ອມຂ້າງແຂວງ ແລະ ເມືອງໄຊ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ນາງ ມະນີຈັນ ວິໄລຈິດ ໄດ້ຫວນຄືນ ປະຫວັດ ມູນເຊື້ອ ການກຳເນີດ ແລະການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ. ໂດຍນັບແຕ່ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ (22 ມີນາ 1955), ພັກໄດ້ເອົາໃຈໃສ່ປຸກລະດົມ, ສ້າງຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂັ້ນສູນກາງຢ່າງເປັນທາງການ ໃນວັນທີ 20 ກໍລະກົດ 1955 ຢູ່ ສໍານັກງານສູນກາງແນວລາວອິດສະຫຼະ (ເມືອງວຽງໄຊ, ແຂວງຫົວພັນ) ເຊິ່ງເປັນຕົ້ນກຳເນີດຂອງສະຫະພັນແມ່ຍິງລາວ ໃນປັດຈຸບັນ. ຕໍ່ມາໃນເດືອນ ມັງກອນ 1956 ໄດ້ປ່ຽນຊື່ເປັນ “ສະມາຄົມແມ່ຍິງລາວຮັກຊາດ” ແລະໃນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ I (ວັນທີ 21-24 ມີນາ 1984) ຈຶ່ງໄດ້ຕົກລົງເປັນເອກະພາບ ປ່ຽນຊື່ມາເປັນ “ສະຫະພັນແມ່ຍິງລາວ” ຈົນເຖິງປັດຈຸບັນ.
ຜ່ານໄລຍະເວລາ 71 ປີ, ສະຫະພັນແມ່ຍິງລາວ ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດມາແລ້ວ IX ຄັ້ງ, ເຊິ່ງຄັ້ງຫຼ້າສຸດ (ຄັ້ງທີ IX) ແມ່ນໄດ້ດຳເນີນໃນວັນທີ 9-10 ກັນຍາ 2025 ທີ່ຜ່ານມາ, ໂດຍໄດ້ເລືອກຕັ້ງເອົາ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມທັງໄດ້ຮັບຮອງເອົາ ຄໍາຂວັນ “ພັດທະນາຄວາມສະເໝີພາບ ຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ” ແລະ ຂໍ້ແຂ່ງຂັນ 3 ດີ (ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ). ພ້ອມດຽວກັນນີ້, ທ່ານ ນາງ ມະນີຈັນ ວິໄລຈິດ ຍັງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວອັນພົ້ນເດັ່ນຂອງ ສະຫະພັນແມ່ຍິງ ແຂວງອຸດົມໄຊ ໃນໄລຍະຜ່ານມາ. ພາຍໃຕ້ການ ນໍາພາ-ຊີ້ນໍາ ຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ແມ່ຍິງແຂວງອຸດົມໄຊ ໄດ້ມີບົດບາດສໍາຄັນ ແລະ ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານຢ່າງສະເໝີພາບກັບເພດຊາຍ ເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ສຶກສາອົບຮົມ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ເຮັດໃຫ້ແມ່ຍິງບັນດາເຜົ່າມີແນວຄິດຫຼັກໝັ້ນ, ມີນໍ້າໃຈຮັກຊາດ ແລະ ຮັກສາໄດ້ຄຸນລັກສະນະມູນເຊື້ອອັນດີງາມ, ໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ປຸກລະດົມລູກຫຼານເຂົ້າຮ່ວມ ພັນທະ ທະຫານ ແລະ ເຮັດໜ້າທີ່ຮັກສາຄວາມສະຫງົບຮ່ວມກັບເພດຊາຍ, ແມ່ຍິງໄດ້ກາຍເປັນກຳລັງແຮງສຳຄັນໃນການຜະລິດກະສິກຳ ເປັນສິນຄ້າ, ຫັດຖະກຳ (ຕ່ຳຫູກທໍໄໝ, ຫຍິບປັກຖັກແສ່ວ), ປຸງແຕ່ງອາຫານ, ການທ່ອງທ່ຽວ ແລະ ການບໍລິການ, ເຮັດໃຫ້ແມ່ຍິງກາຍເປັນຜູ້ປະກອບການ ແລະ ເຈົ້າຂອງທຸລະກິດຫຼາຍຂຶ້ນ, ເປັນເຈົ້າການອະນຸລັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ, ສ້າງຄອບຄົວ-ບ້ານວັດທະນະທຳ, ສົ່ງເສີມການສຶກສາຂອງລູກຫຼານ ແລະ ວຽກງານສາທາລະນະສຸກ (ໂພຊະນາການ, ສຸຂະພາບແມ່ ແລະ ເດັກ), ແມ່ຍິງໄດ້ປະກອບສ່ວນສະຕິປັນຍາເຂົ້າໃນການບໍລິຫານລັດ, ເຂົ້າຮ່ວມໃນຕຳແໜ່ງ ນຳພາ-ຄຸ້ມຄອງ, ໃຫ້ຄຳປຶກສາດ້ານກົດໝາຍ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ແລະ ອື່ນໆ.
ໂອກາດດຽວກັນ ທ່ານ ນາງ ມະນີຈັນ ວິໄລຈິດ ໄດ້ເນັ້ນໜັກໃຫ້ ຄະນະສະຫະພັນແມ່ຍິງທຸກຂັ້ນ ແລະ ສະມາຊິກແມ່ຍິງທົ່ວແຂວງ ສືບຕໍ່ເສີມຂະຫຍາຍ 5 ຄຸນລັກສະນະມູນເຊື້ອຂອງແມ່ຍິງລາວ ທີ່ ປະທານ ໄກສອນ ພົມວິຫານ ໄດ້ມອບໃຫ້ (ດຸໝັ່ນ, ບໍລິສຸດຜຸດຜ່ອງ, ເອື້ອເຟື້ອເພື່ອແຜ່, ຮັກຊາດແພງເຊື້ອ, ມີກິລິຍາມາລະຍາດອ່ອນຫວານ) ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່; ເອົາໃຈໃສ່ຍົກລະດັບຄວາມຮູ້ ຄວາມສາມາດຂອງຕົນ, ຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຕິດພັນກັບ ຂະບວນການຮັກຊາດ ແລະ ພັດທະນາ ຢ່າງແຂງແຮງ ໂດຍຢຶດໝັ້ນຫຼັກການ “ເວົ້າຕ້ອງໄປຄຽງຄູ່ກັບການປະຕິບັດ”.
ພິທີ ຍັງໄດ້ຮັບຟັງການເຜີຍແຜ່ ຄວາມຮູ້ພື້ນຖານ ກ່ຽວກັບການບໍລິຈາກເລືອດ ໂດຍ ອົງການກາແດງແຫ່ງຊາດລາວ ປະຈໍາແຂວງ ແລະ ຮ່ວມກິດຈະກຳ ຟ້ອນລຳວົງລາວ, ເຕັ້ນບັດສະຫຼົບ ແລະ ຮັບຊົມ ການສະແດງ ສິລະປະ-ວັນນະຄະດີ ແລະ ການເດີນແບບເຄື່ອງນຸ່ງບັນດາເຜົ່າ ຂອງນ້ອງໆ ສູນຊາວໜຸ່ມແຂວງ ດ້ວຍບັນຍາກາດຟົດຟື້ນ ມ່ວນຊື່ນ.
ໂອກາດດັ່ງກ່າວ ກໍໄດ້ມີສະມາຊິກເອື້ອຍນ້ອງແມ່ຍິງຈຳນວນ 8 ຄົນ ແລະ ຊາຍ 1 ຄົນ ຮ່ວມບໍລິຈາກເລືອດຂອງຕົນແກ່ທິມງານຮັບບໍລິຈາກເລືອດ ອົງການກາແດງແຫ່ງຊາດລາວ ປະຈໍາແຂວງ ເພື່ອນຳໄປຊ່ວຍເຫຼືອຄົນເຈັບທີ່ກຳລັງຕ້ອງການຄວາມຊ່ວຍເຫຼືອຢູ່ບັນດາໂຮງໝໍແຫ່ງຕ່າງໆພາຍໃນແຂວງ