ຄະນະໂຄສະນາອົບຮົມແຂວງອຸດົມໄຊເຂົ້າຮ່ວມກອງປະຊຸມວຽກງານ ເວັບໄຊ ປະຈໍາໄຕມາດ III

ປະຕິບັດຕາມໜັງສືເຊີນຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຄະນະໂຄສະນາອົບຮົມສູນກາງພັກ ເລກທີ 147/ກຂສ, ຄອນຫວງວຽງຈັນ, ລົງວັນທີ 4 ຕຸລາ 2026 ກ່ຽວກັບການເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ປະຈໍາໄຕມາດ IV ແລະ ປະຈໍາປີ 2025. ດັ່ງນັ້ນ ໃນຕອນບ່າຍຂອງວັນທີ 6 ຕຸລາ 2026 ສະຫາຍ ນາງ ກົງຈັນ ໄພມະນີ ຫົວໜ້າຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ພ້ອມດ້ວຍພະນັກງານ ຈຳນວນ 3 ສະຫາຍ, ຍິງ 2 ສະຫາຍ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ (ກອງປະຊຸມທາງໄກ) ໂດຍການເປັນປະທານ ທ່ານ ນາງ ອິດໄຊທອງ ສົມມະນີ ຫົວໜ້າພະແນກເຕັກໂນໂລຊີຂໍ້ມູນຂ່າວສານ; ມີຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ຄະນະຊີ້ນຳ, ຄະນະແອັດມິນວຽກງານເວັບໄຊຂອງບັນດາແຂວງທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ III 2026 ໃນທົ່ວປະເທດ, ເຊິ່ງແຕ່ລະແຂວງໄດ້ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກໃນການຈັດຕັ້ງເຄື່ອນໄຫວວຽກງານ ປະຈໍາໄຕມາດ III 2026 ຜ່ານມາ, ພ້ອມທັງມີຂໍ້ສະເໜີ ແລະ ຄຳຄິດ, ຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນ: ການສະໜອງອຸປະກອນທີ່ຈຳເປັນໃຫ້ແກ່ການໂຄສະນາຜ່ານສື່ເອເລັກໂຕຼນິກ ແລະ ການຖອດຖອນບົດຮຽນວຽກງານຂໍ້ມູນຂ່າວສານຢູ່ພາຍໃນ ແລະ ຕ່າງປະເທດ. ສຳລັບຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄລຍະຜ່ານມາ ຄະນະຮັບຜິດຊອບ ແລະ ຄະນະແອັດມິນເວັບໄຊສ໌ ເປັນເຈົ້າການຈັດຕັ້ງປະຕິບັດວຽກງານຢ່າງ ມີແຜນການ, ມີການຕິດຕາມ, ກວດກາ, ຊຸກຍູ້ວຽກງານ ແລະ ສະຫຼຸບລາຍງານຂໍທິດຊີ້ນໍາຈາກຂັ້ນເທິງ ເປັນປົກກະຕິ ເຮັດໃຫ້ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ພົ້ນເດັ່ນແມ່ນຜົນສໍາເລັດການສ້າງສາລະ ຄະດີຜົນງານການນໍາພາ-ຊີ້ນໍາວຽກງານການເມືອງ-ແນວຄິດ ໄລຍະ 5 ປີ 2021-2025 ແລະ ສາລະຄະດີ ຜົນງານການນໍາພາ-ຊີ້ນໍາຂອງອົງຄະນະພັກແຂວງ ສະໄໝທີ IX ພາກເປັນ 4 ພາສາ ຄື: ພາສາລາວ, ພາສາ ກຶມມຸ, ພາສາມົ້ງ, ພາສາອາຄາ ແລະ ຂຽນບົດຂ່າວ, ບົດຄວາມຕ່າງໆເຜີຍແຜ່ຜ່ານສື່ຂອງຄະນະໂຄສະນາ ອົບຮົມແຂວງເປັນປົກກະຕິ ແລະ ທັນເຫດການ ເຮັດໃຫ້ຍອດເຂົ້າຊົມບັນດາສື່ຂອງຄະນະໂຄສະນາ ອົບຮົມແຂວງ (ບໍ່ລວມຍອດວິວຂອງສື່ມວນຊົນ) ສູງເຖິງ 665,072 ວິວ, ທຽບໃສ່ໄລຍະ 9 ເດືອນ 2025 ເພີ່ມຂຶ້ນ 288,683 ວິວ ແລະ ອື່ນໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa