

ໃນວັນທີ 25 ກັນຍາ 2026 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຳຄັນ ໂດຍການເປັນປະທານຂອງທ່ານ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໂດຍມີຄະນະພັກ, ຄະນະໂຄສະນາອົບຮົມ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດສະມາຊິກພັກເຂົ້າຮ່ວມ.
ຈຸດປະສົງ ເພື່ອເຜີຍແຜ່ ແລະ ເຊື່ອມຊຶມບັນດາເອກະສານການເມືອງ ເພື່ອຍົກສູງຄວາມຮັບຮູ້-ເຂົ້າໃຈຂອງສະມາຊິກພັກຕໍ່ກັບແນວທາງນະໂຍບາຍຂອງພັກ, ຊຸກຍູ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ໃຫ້ມີຜົນສຳເລັດສູງສຸດ. ເນື້ອໃນສຳຄັນຂອງເອກະສານທີ່ເຜີຍແຜ່ໃນກອງປະຊຸມ ປະກອບມີ: ເອກະສານ ເສີມຂະຫຍາຍມູນເຊື້ອຂອງພັກ, ເພື່ອເຮັດໃຫ້ສະມາຊິກພັກ ແລະ ປະຊາຊົນຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມໝາຍ ແລະ ຄວາມສຳຄັນຂອງມູນເຊື້ອອັນສະຫງ່າລາສີຂອງພັກ, ພ້ອມທັງສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນລ້ຳຄ່າດັ່ງກ່າວເຂົ້າໃນວຽກງານຕົວຈິງ. ເອກະສານ ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ເນັ້ນໜັກເຖິງຄວາມຈຳເປັນໃນການຍົກສູງຄວາມສາມາດນຳພາ, ຄວາມເປັນແບບຢ່າງ ແລະ ຄວາມປອດໃສຂອງອົງການຈັດຕັ້ງພັກ ໃນການຊີ້ນຳ-ນຳພາທຸກຂົງເຂດວຽກງານໃຫ້ມີຄວາມເຂັ້ມແຂງໜັກແໜ້ນ. ເອກະສານ ສ້າງການຫັນປ່ຽນວຽກງານພະນັກງານ ໃນໄລຍະປັດຈຸບັນ, ຍົກໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງວຽກງານພະນັກງານ ເຊິ່ງຖືເປັນ “ຮາກຖານຂອງທຸກວຽກງານ ແລະ ເປັນຜູ້ຕັດສິນຄວາມສຳເລັດ” ຂອງການຈັດຕັ້ງປະຕິບັດ, ພ້ອມທັງຮຽກຮ້ອງໃຫ້ພະນັກງານ-ສະມາຊິກພັກທຸກສະຫາຍ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ທຽບທັນກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່. ເອກະສານ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມອັນຕະລາຍຂອງປະກົດການຫຍໍ້ທໍ້ຕ່າງໆ, ພ້ອມທັງວາງມາດຕະການສະກັດກັ້ນ ແລະ ແກ້ໄຂຢ່າງເດັດຂາດ ເພື່ອຮັກສາຄວາມປອດໄພ, ຄວາມເຂັ້ມແຂງ ແລະ ຄວາມບໍລິສຸດຜຸດຜ່ອງຂອງອົງການຈັດຕັ້ງພັກ ແລະ ເອກະສານ ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເພື່ອເຮັດໃຫ້ສະມາຊິກພັກມີຄວາມຮັບຮູ້, ເຂົ້າໃຈ ກ່ຽວກັບຄວາມໝາຍ ແລະ ຄວາມສໍາຄັນ ຂອງ ຄຸນທາດການເມືອງ ແລະ ຄຸນສົມບັດສິນປະຕິວັດ. ຈາກນັ້ນ, ໄດ້ເຊື່ອມຊຶມເນື້ອໃນ ການຜັນຂະຫຍາຍບົດສູນທອນພົດ ຂອງສະຫາຍ ເລຂາທິການໃຫຍ່ ຕໍ່ໜ້າໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ (ແບບຄຳຖາມ-ຄຳຕອບ) ເພື່ອໃຫ້ສະມາຊິກພັກເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມູນເຊື້ອປະຫວັດສາດຄວາມເປັນມາ, ການພົວພັນຕ່າງປະເທດ, ພ້ອມທັງຍົກສູງຄວາມຮັບຜິດຊອບການເມືອງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ໃຫ້ ໝັ້ນຄົງໜັກແໜ້ນ.