
ຕອນບ່າຍຂອງວັນທີ 10 ກັນຍາ 2026, ຄະນະຊາວໜຸ່ມໜ່ວຍຮາກຖານ ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ, ໄດ້ມອບເຄື່ອງນຸ່ງຮົ່ງ ແລະ ເງິນສົດຈຳນວນ ລວມມູນຄ່າ 1.000.000 ກີບ, ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມແຂວງ ເພື່ອນຳໄປສົມທົບໃນການຊ່ວຍເຫຼືອປະຊາຊົນທີ່ປະສົບໄພນ້ຳຖ້ວມໃນແຂວງອຸດົມໄຊ. ໂດຍມີ ສະຫາຍ ນາງ ມະນີຈູ່ ຢາຈົງວາ ສະມາຊິກສະພາປະຊາຊົນແຂວງ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ຕາງໜ້າຮັບ. ການມອບເງິນໃນຄັ້ງນີ້ ເປັນການສະແດງເຖິງນ້ຳໃຈ ແລະ ຄວາມສາມັກຄີຂອງຊາວໜຸ່ມ ໃນການຮ່ວມແຮງຮ່ວມໃຈ ຊ່ວຍເຫຼືອ ແລະ ບັນເທົາຄວາມລຳບາກຂອງຜູ້ປະສົບໄພ.