ກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ເຜີຍແຜ່ ເອກະສານສຳຄັນ ຂອງ ສະຫະພັນກຳມະບານລາວ ຕິດພັນການ ສະຫລຸບວຽກງານກຳມະບານ ໄລຍະ 9 ເດືອນຜ່ານມ

ກອງປະຊຸມ ເຜີຍແຜ່ ເອກະສານສຳຄັນ ຂອງ ສະຫະພັນກຳມະບານລາວ ຕິດພັນການ ສະຫລຸບວຽກງານ ກຳມະບານຮາກຖານ ໄລຍະ 9 ເດືອນຜ່ານມາ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ຂອງ ກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຂື້ນໃນວັນທີ 10 ກັນຍາ 2026 ທີ່ ຫ້ອງປະຊຸມຂອງຕົນ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສາຍຄຳ ໃຈຫຼ້າ ກຳມະການໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ປະທານ, ຮອງປະທານ, ຄະນະກຳມະບານຮາກຖານ ພ້ອມດ້ວຍສະມາຊິກກຳມະບານ ພາຍໃນຮາກຖານ ເຂົ້າຮ່ວມ.
ພິທີໄດ້ເຜີຍແຜ່ ເອກະສານ ມະຕິ ກອງປະຊຸມ ວິສາມັນ ຂອງ ຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ ຄັ້ງທີ 1 ສະໄໝທີ IX, ກົດລະບຽບ ຂອງ ສະຫະພັນກຳມະບານລາວ ສະໄໝທີ IX; ແຜນພັດທະນາວຽກງານ ສູນກາງສະຫະພັນກຳມະບານລາວ 5 ປີ (2026-2030), ແຜນດໍາເນີນງານວຽກງສູນກາງກຳມະບານລາວ, ປາຖະກະຖາ ວັນສ້າງຕັ້ງ ສະຫະພັນກຳມະບານ ແຂວງອຸດົມໄຊ ຄົບຮອບ 47 ປີ ແລະ ເຜີຍແຜ່, ແນະນໍາ ການປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026; ຜ່ານຮ່າງບົດສະຫຼຸບວຽກງານກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ໄລຍະ 9 ເດືອນຜ່ານມາ ແລະ ທິດທາງ 3 ເດືອນທ້າຍປີ 2026 ແລະ ຜ່ານບົດສະຫຼຸບງົບປະມານ ຂອງ ກຳມະບານຮາກຖານ ໄລຍະ 9 ເດືອນ 2026.
ພ້ອມນີ້ ໃນກອງປະຊຸມຍັງພ້ອມກັນປະກອບຄຳຄິດຄຳເຫັນໃສ່ ຮ່າງບົດສະຫລຸບ ແລະ ທິດທາງແຜນການ ເພື່ອສືບຕໍ່ຮັກສາມູນເຊື້ອດ້ານຕັ້ງໜ້າ, ຊອກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອພ້ອມກັນສືບຕໍ່ປັບປຸງ, ແກ້ໄຂ ໃນຕໍ່ໜ້າ ໂດຍຕິດພັນກັບການປະເມີນ ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026 ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa