
ວັນທີ 25 ກັນຍາ, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດພິທີມອບ-ຮັບບັດສະມາຊິກພັກ ໃຫ້ແກ່ສະມາຊິກພັກ ຈຳນວນ 6 ສະຫາຍ. ໃຫ້ກຽດມອບໂດຍ ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໂດຍມີຄະນະພັກ ແລະ ສະມາຊິກພັກ ພາຍໃນໜ່ວຍພັກເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ນາງ ມະນີຈັນ ວິໄລຈິດ ໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມໝາຍເລິກເຊິ່ງຂອງການໄດ້ຮັບບັດສະມາຊິກພັກໃນຄັ້ງນີ້ ເຊິ່ງສະມາຊິກພັກທຸກສະຫາຍ ຕ້ອງໄດ້ຍຶດໝັ້ນອຸດົມການຂອງພັກ ພ້ອມທັງປົກປັກຮັກສາຄວາມສາມັກຄີເປັນເອກະພາບພາຍໃນພັກໃຫ້ໜຽວແໜ້ນ ແລະ ຍັງຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ແລະ ຍົກສູງຄວາມຮັບຜິດຊອບໃນການຕັ້ງໜ້າຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງສຸດໃຈ.