ສະຫະພັນແມ່ຍິງຮາກຖານ ຄະນະໂຄສະນາອົບຮົມແຂວງ ສະຫຼຸບຜົນງານການເຄື່ອນໄຫວ ປະຈຳປີ 2025

ໃນວັນທີ 9 ມັງກອນ 2025 ທີ່ ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ, ສະຫະພັນແມ່ຍິງຮາກຖານ ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2025 ແລະ ວາງທິດທາງແຜນການເຄື່ອນໄຫວ ປະຈຳປີ 2026. ໂດຍການເປັນປະທານຂອງ ທ່ານ ນາງ ກົງຈັນ ໄພມະນີ ປະທານສະຫະພັນແມ່ຍິງຮາກຖານ ຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ສາຍດຳ ໃຈຫຼ້າ ຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກເຊີນ ພ້ອມດ້ວຍສະມາຊິກແມ່ຍິງພາຍໃນຮາກຖານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈຳປີ 2025 ເຊິ່ງໄດ້ຍົກໃຫ້ເຫັນ ຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ທີ່ເຮັດໃຫ້ ສະມາຊິກແມ່ຍິງມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມສາມັກຄີພາຍໃນໜັກແໜ້ນ; ວຽກງານການປັບປຸງການຈັດຕັ້ງ ແລະ ກໍ່ສ້າງພະນັກງານເພດຍິງ ທີ່ສາມາດຍູ້ແຮງໃຫ້ເອື້ອຍນ້ອງແມ່ຍິງໄດ້ຮັບການບັນຈຸເຂົ້າໃນຖັນແຖວ ພະນັກງານນຳພາ-ຄຸ້ມຄອງ ກວມເຖິງ 40% ຂອງຈຳນວນພະນັກງານທັງໝົດ. ພ້ອມນັ້ນ, ຍັງໄດ້ຜ່ານບົດສະຫຼຸບວຽກງານກວດກາທີ່ໄດ້ ຕິດຕາມ-ກວດກາ ການຈັດຕັ້ງປະຕິບັດກົດລະບຽບຂອງສະຫະພັນແມ່ຍິງລາວ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ດຳເນີນໄປຢ່າງຖືກຕ້ອງ ແລະ ມີປະສິດທິຜົນ. ພິທີຍັງໄດ້ມີການຜ່ານຂໍ້ຕົກລົງ ວ່າດ້ວຍການມອບ-ຮັບວຽກ ລະຫວ່າງ ຄະນະຊຸດເກົ່າ ແລະ ຊຸດໃໝ່ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານພາຍໃນຮາກຖານມີຄວາມຕໍ່ເນື່ອງ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ. ພ້ອມທັງໄດ້ຜ່ານຮ່າງແຜນດຳເນີນງານ ແລະ ແຜນຄາດຄະເນການນຳໃຊ້ງົບປະມານຮອບດ້ານ ປະຈຳປີ 2026 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໃຫ້ມີຄວາມໂປ່ງໃສ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.
ໃນຕອນທ້າຍຂອງພິທີ, ທ່ານ ສາຍດຳ ໃຈຫຼ້າ ຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ສະຫະພັນແມ່ຍິງຮາກຖານຍາດມາໄດ້ໃນໄລຍະຜ່ານມາ ພ້ອມເນັ້ນໜັກໃຫ້ ຄະນະສະຫະພັນແມ່ຍິງຮາກຖານຊຸດໃໝ່ ພ້ອມດ້ວຍສະມາຊິກ ຈົ່ງສືບຕໍ່ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນການປະຕິບັດວຽກງານວິຊາສະເພາະໃຫ້ມີຄວາມຊຳນານ, ສືບຕໍ່ຜັນຂະຫຍາຍຂໍ້ແຂ່ງຂັນ 3 ດີ ໃຫ້ລົງເລິກເຖິງຄຸນນະພາບຕົວຈິງ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນທຸກຂະບວນການຂອງກົມກອງ ຂອງພັກ-ລັດ ວາງອອກ ໃຫ້ມີຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ.
——000—– ແສງອາທິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa