ແຂວງອຸດົມໄຊ ເຜີຍແຜ່ເຊື່ອມຊຶມ ເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຕິດພັນກັບ ເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງ ຊຸດທີ II

ແຂວງອຸດົມໄຊ ເຜີຍແຜ່ເຊື່ອມຊຶມ ເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຕິດພັນກັບ ເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງ ຊຸດທີ II
ເພື່ອຮັບປະກັນເຮັດໃຫ້ບັນດາເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຕິດພັນກັບ ເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງ ໄດ້ຮັບການຈັດຕັ້ງ ເຊື່ອມຊຶມ ແລະ ຜັນຂະຫຍາຍຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ສາມາດຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງ ກັບສະພາບຕົວຈິງພາຍໃນແຂວງ ອັນຈະນໍາເອົາຜົນປະໂຫຍດຕົວຈິງສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ.
ວັນທີ 3 ມິຖຸນາ ນີ້, ທີ່ ສະໂມສອນແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມ ເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ຊຸດທີ 2 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ; ເຂົ້າຮ່ວມມີ ສະຫາຍ ປອ ວົງສະຫວັນ ໄຊຍະວົງ ປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍບັນດາສະຫາຍສະມາຊິກພັກທີ່ມີຕຳແໜ່ງ ຫົວໜ້າ, ຮອງຫົວໜ້າຂະແໜງການ ຈາກ ພະແນກການ, ອົງການ ແລະ ສະມາຊິກພັກເປົ້າໝາຍອີກຈຳນວນໜຶ່ງ ເຂົ້າຮ່ວມ.

ກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າ ເຊື່ອມຊຶມ ເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງ ເຊິ່ງລວມມີ: ບົດສະເໜີໂຄງການການເມືອງຂອງພັກ, ການເຜີຍແຜ່ເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຂອງແຂວງ. ພ້ອມນີ້,ຜູ້ເຂົ້າຮ່ວມຍັງຈະໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນ, ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອແນໃສ່ເຮັດໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ. ການເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ມີຄວາມສຳຄັນເປັນຢ່າງຍິ່ງ ເພື່ອແນໃສ່ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ ພະນັກງານນຳພາ-ຄຸ້ມຄອງ, ໂດຍສະເພາະແມ່ນບັນດາສະຫາຍສະມາຊິກພັກ ທີ່ເປັນຫົວໜ້າ ແລະ ຮອງຫົວໜ້າຂະແໜງການ ໃຫ້ສາມາດກຳແໜ້ນ ເນື້ອໃນ ຈິດໃຈ, ທິດທາງ, ໜ້າທີ່ຈຸດສຸມ ແລະ ຄາດໝາຍສູ້ຊົນຕ່າງໆ ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະໃໝ່. ຈາກນັ້ນ, ຈຶ່ງສາມາດນຳເອົາເນື້ອໃນດັ່ງກ່າວໄປຜັນຂະຫຍາຍ ແລະ ຫັນເປັນແຜນການ, ແຜນງານ, ໂຄງການລະອຽດຂອງແຕ່ລະຂະແໜງການໃຫ້ສອດຄ່ອງກັບ ພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ, ພ້ອມທັງເປັນບ່ອນອີງໃນການຊີ້ນຳ-ນຳພາ ຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa