

ປະກາດສ້າງຕັ້ງໜ່ວຍປ້ອງກັນພາຍໃນ ຄະນະໂຄສະນາອົບຮົມແຂວງ
ວັນທີ 19 ພຶດສະພາ ນີ້ ຢູ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດພິທີປະກາດສ້າງຕັ້ງໜ່ວຍປ້ອງກັນພາຍໃນຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ນາງ ມະນີຈັນ ວິໄລຈິດ, ກໍາມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ທ່ານ ພັນໂທ ທອງສະຫວັນ ປັນຍາຂັນ ຄະນະພັກ ,ຫົວຫນ້າຫ້ອງສັນຕິບານກອງບັນຊາການ ປກສ ແຂວງ,ມີຄະນະໂຄສະນາອົບຮົມແຂວງ, ຄະນະຮັບຜິດຊອບຈາກກອງບັນຊາການ ປກສ ແຂວງ, ຫົວໜ້າຂະແໜງ, ຮອງຂະແໜງ, ພ້ອມດ້ວຍພະນັກງານ-ວິຊາການພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.
ພິທີ, ທ່ານ ພັນຕີ ໄຊສະຫວາດ ວົງສະຫວັນ ຮອງພະແນກປ້ອງກັນພາຍໃນ ປກສ ແຂວງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະໜ່ວຍປ້ອງກັນພາຍໃນ ຄະນະໂຄສະນາອົບຮົມແຂວງ.ໃນນີ້ໄດ້ແຕ່ງຕັ້ງທ່ານ ລໍຂຸນລໍ ເປັນຫົວຫນ້າຫນ່ວຍ, ທ່ານ ໄຊສົງຄາມ ທຳປັນຍາ ເປັນຮອງ, ທ່ານ ຄຳພູສະຫວັນ ເພັນສະຫວັດ ແລະ ທ່ານ ວິໄຊ ຢາຊົງກົວ ເປັນຄະນະ ເພື່ອເຮັດໜ້າທີ່ໃນການປົກປ້ອງ, ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນອົງການຈັດຕັ້ງ, ຮັບປະກັນຄວາມປອດໄພໃຫ້ແກ່ພະນັກງານ-ລັດຖະກອນ ແລະ ຊັບສິນຂອງລັດ ໃຫ້ມີຄວາມເຂັ້ມແຂງ.
ໂອກາດດັ່ງກ່າວ, ທ່ານ ນາງ ມະນີຈັນ ວິໄລຈິດ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ໜ່ວຍປ້ອງກັນທີ່ສ້າງຕັ້ງຂຶ້ນໃໝ່ ໂດຍເນັ້ນໜັກໃຫ້ຄະນະໜ່ວຍ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ກວດກາ, ຕິດຕາມ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນພາຍໃນອົງການໃຫ້ທັນເວລາ ພ້ອມທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອເຮັດໃຫ້ການປະຕິບັດວຽກງານປ້ອງກັນພາຍໃນ ໃຫ້ມີຜົນສຳເລັດ, ອົງການຈັດຕັ້ງຂອງຕົນມີຄວາມສະຫງົບ ແລະ ປອດໄພ