


ສືບຕໍ່ເຜີຍແຜ່ ເຊື່ອມຊຶມເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຕິດພັນກັບ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງ ຊຸດທີ III
ວັນທີ 4 ມິຖຸນາ 2026 ນີ້, ທີ່ສະໂມສອນແຂວງອຸດົມໄຊ ໄດ້ຈັດກອງປະຊຸມສືບຕໍ່ເຜີຍແຜ່ ແລະ ເຊື່ອມຊຶມເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຕິດພັນກັບ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງອຸດົມໄຊ ຊຸດທີ III ຢ່າງເປັນທາງການ. ໂດຍໄດ້ຮັບກຽດເປັນປະທານຈາກ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ ເຂົ້າຮ່ວມມີສະຫາຍ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມມີບັນດາສະຫາຍກຳມະການພັກແຂວງ, ສະມາຊິກພັກ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງການ ຈາກຂົງເຂດວັດທະນະທຳ-ສັງຄົມ, ຂົງເຂດລັດວິສາຫະກິດ-ທະນາຄານ, ຂົງເຂດເສດຖະກິດ ແລະ ສະມາຊິກພັກເປົ້າໝາຍຈຳນວນໜຶ່ງເຂົ້າຮ່ວມ.
ເນື້ອໃນທີ່ນຳມາເຜີຍແຜ່ ແລະ ເຊື່ອມຊຶມ ປະກອບມີ ບົດສະເໜີໂຄງການ ການເມືອງຂອງພັກ, ເນື້ອໃນສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ຊຸດທີ III, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງອຸດົມໄຊ ໄລຍະໃໝ່. ການຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມໃນຄັ້ງນີ້ ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ ແລະ ບັນດາສະມາຊິກພັກ ໂດຍສະເພາະຜູ້ທີ່ເປັນຫົວໜ້າ ແລະ ຮອງຫົວໜ້າຂະແໜງການ ໃຫ້ສາມາດກຳແໜ້ນບັນດາທັດສະນະ, ແນວຄິດຊີ້ນຳ, ຈຸດສຸມ, ຄາດໝາຍ ແລະ ທິດທາງຍຸດທະສາດຕ່າງໆ ທີ່ໄດ້ກຳນົດໄວ້ ໃນມະຕິກອງປະຊຸມໃຫຍ່ ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ ແລະ ເພື່ອຮັບປະກັນໃຫ້ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ຊຸດທີ III ໄດ້ຖືກນຳໄປຈັດຕັ້ງຜັນຂະຫຍາຍຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ມີປະສິດທິຜົນ, ສອດຄ່ອງກັບສະພາບຕົວຈິງຂອງທ້ອງຖິ່ນ ອັນຈະປະກອບສ່ວນສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ໃນໂອກາດດຽວກັນ ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນຄົ້ນຄວ້າ, ປະກອບຄຳເຫັນ, ສົນທະນາ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອສ້າງຄວາມເປັນເອກະພາບສູງໃນການຈັດຕັ້ງຜັນຂະຫຍາຍມະຕິສູ່ພາກປະຕິບັດຕົວຈິງ ໂດຍຫັນເນື້ອໃນມະຕິເປັນແຜນງານ, ໂຄງການ ແລະ ມາດຕະການລະອຽດ ທີ່ເໝາະສົມກັບແຕ່ລະຂົງເຂດ ແລະ ຂະແໜງການ ເພື່ອເປັນພື້ນຖານໃນການຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.