

ໃນວັນທີ 17 ພະຈິກ 2026 ທີ່ ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊ ໄດ້ມີພິທີເປີດຝຶກອົບຮົມ ວຽກງານໂຄສະນາ-ປາຖະກະຖາດ້ວຍປາກ ໃຫ້ແກ່ ຜູ້ເຮັດວຽກງານການເມືອງ-ແນວຄິດ ຢູ່ ເມືອງໄຊ ໂດຍມີ ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍ ນາງ ວຽງມະລີ ສຸລີໄຊ ຮອງເລຂາພັກເມືອງໄຊ ເປັນປະທານຮ່ວມ. ເຂົ້າຮ່ວມມີບັນດາສຳມະນາກອນ ຊຶ່ງເປັນພະນັກງານການນຳ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງໄຊ ພ້ອມດ້ວຍຄະນະວິທະຍາກອນ ຈາກ ຄະນະໂຄສະນາອົບຮົມແຂວງ.
ການຝຶກອົບຮົມ ສຳມະນາກອນ ຈະໄດ້ຮ່ຳຮຽນ ແລະ ຄົ້ນຄວ້າບົດຮຽນທາງດ້ານທິດສະດີ ຈຳນວນ 4 ບົດ ຄື: ບົດທີ 1 ບັນຫາພື້ນຖານຂອງວຽກງານໂຄສະນາອົບຮົມ; ບົດທີ 2 ຄວາມຮູ້ພື້ນຖານກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ນັກໂຄສະນາ ແລະ ປາຖະກະຖາ; ບົດທີ 3 ທັກສະສິນລະປະໃນການເວົ້າ ແລະ ການໂຄສະນາ ປາຖະກະຖາ ແລະ ບົດທີ 4 ການໂຄສະນາຜ່ານວຽກງານສື່ມວນຊົນ. ຈຸດປະສົງ ເພື່ອເສີມສ້າງຄວາມຮູ້ ຄວາມເຂົ້າໃຈ ແລະ ທັກສະ ດ້ານວຽກງານໂຄສະນາ-ປາຖະກະຖາດ້ວຍປາກ ໃຫ້ແກ່ ພະນັກງານຜູ້ຮັບຜິດຊອບວຽກງານການເມືອງ-ແນວຄິດ ເພື່ອສາມາດນຳເອົາຄວາມຮູ້ທີ່ໄດ້ຮັບໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຕົວຈິງ ໃຫ້ມີປະສິດທິຜົນດີຂຶ້ນ
ໃນໂອກາດກ່າວເປີດຊຸດອົບຮົມ ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຮຽກຮ້ອງມາຍັງສຳມະນາກອນ ຈົ່ງຍົກສູງຄວາມຮັບຜິດຊອບໃນການເຂົ້າຮ່ວມຮັບຟັງ, ຄົ້ນຄວ້າ ແລະ ເຊື່ອມຊຶມ ເນື້ອໃນເອກະສານໃຫ້ເລິກເຊິ່ງ; ພ້ອມກັນປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ ໂດຍສົມທຽບກັບພຶດຕິກໍາການເຄື່ອນໄຫວວຽກງານຕົວຈິງຢູ່ແຕ່ລະກົມກອງ, ຫ້ອງການ ເພື່ອຈະໄດ້ປັບປຸງເຮັດໃຫ້ແບບແຜນການເຄື່ອນໄຫວ, ການເຮັດວຽກງານໂຄສະນາອົບຮົມດີຂຶ້ນ, ເປັນແກ່ນສານເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າໃຫ້ຄວາມເຄົາລົບ, ເຊື່ອໝັ້ນ ແລະ ຮ່ວມມືໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນສູງ.
—————- ສຸໄພລິນ