


ວັນທີ 10 ພະຈິກ 2026, ທີ່ ຫ້ອງປະຊຸມຄະນະໂຄສະນາອົບຮົມ, ກຳມະບານຮາກຖານ ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027. ໂດຍການເປັນປະທານຂອງ ສະຫາຍ ນາງ ສິປານຄຳ ອິນໃຈ ປະທານກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມມີ ສະຫາຍ ລໍ ຂຸນລໍ ຮອງເລຂາໜ່ວຍພັກ, ຮອງຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີຄະນະກຳມະບານຮາກຖານ, ແຂກເຊີນຈາກສະຫະພັນກຳມະບານແຂວງ, ກຳມະບານຮາກຖານອ້ອມຂ້າງ ພ້ອມດ້ວຍ ສະມາຊິກກຳມະບານພາຍໃນຮາກຖານ ເຂົ້າຮ່ວມ.
ພິທິໄດ້ຜ່ານສະຫຼຸບການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ເຊິ່ງກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ເປັນເສນາທິການໃຫ້ແກ່ ຄະນະພັກຮາກຖານ. ມີສະມາຊິກ ທັງໝົດ 47 ສະຫາຍ, ຍິງ 16 ສະຫາຍ, ໃນນີ້ ມີສະມາຊິກທີ່ມີເງື່ອນໄຂເຂົ້າຮັບການປະເມີນ 46 ສະຫາຍ, ຍິງ 15 ສະຫາຍ. ຜ່ານການຈັດຕັ້ງປະຕິບັດ ໃນໄລຍະ 1 ປີຜ່ານມາ ສາມາດບັນລຸຜົນສຳເລັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຫລາຍດ້ານ ເປັນຕົ້ນແມ່ນ ເປັນເຈົ້າການຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ-ແນວຄິດ ບັນລຸ 92,4%, ລື່ນຄາດໝາຍ 5,4%; ເປັນເຈົ້າການປະຕິບັດກົດໝາຍ ແລະ ລະບຽບການຂອງລັດ ບັນລຸ 91,6%, ລື່ນຄາດໝາຍ 4,6%; ເປັນເຈົ້າການພັດທະນາຕົນເອງ ແລະ ການຈັດຕັ້ງ ບັນລຸ 91,6%, ລື່ນຄາດໝາຍ 4,6%; ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ບັນລຸ 91,6%, ລື່ນຄາດໝາຍ 4,6% ແລະ ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ ບັນລຸ 91,3%, ລື່ນຄາດໝາຍ 4,3%. ນອກນີ້ ມີສະມາຊິກກຳມະບານຫລາຍສະຫາຍ ຍັງໄດ້ຕັ້ງໜ້າພັດທະນາຄອບຄົວ ສ້າງລາຍຮັບເສີມນອກໂມງການ ເຊິ່ງມີຄອບຄົວຕົວແບບ ຈຳນວນ 9 ຄອບຄົວ ດ້ວຍການປະກອບອາຊີບ ປູກຢາງພາລາ, ລ້ຽງປາ, ຂົນສົ່ງສິນຄ້າ, ຕິດຕັ້ງໄຟຟ້າ, ແອ ແລະ ການບໍລິການ ເຊິ່ງມີລາຍຮັບແຕ່ 70-300 ລ້ານກີບຕໍ່ປີ. ຜ່ານການຈັດຕັ້ງປະຕິບັດ ສາມາດປະເມີນໄດ້ສະມາຊິກກໍາມະບານ 5 ເປັນເຈົ້າ ໄດ້ປະເພດ I ກວມສ່ວນຫຼາຍ ຈໍານວນ 37 ສະຫາຍ, ຍິງ 13 ສະຫາຍ ກວມເອົາ 80,44% ແລະ ປະເພດ II ຈໍານວນ 9 ສະຫາຍ, ຍິງ 2 ສະຫາຍ ກວມເອົາ 19,56%. ພິທີໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າ ປະຈຳປີ 2026 ແລະ ໃບຍ້ອງຍໍ ໃຫ້ແກ່ ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໄລຍະ 2 ປີ (2025-2026) ໃຫ້ກຽດມອບໂດຍ ສະຫາຍ ລໍ ຂຸນລໍ ຮອງເລຂາໜ່ວຍພັກ, ຮອງຄະນະໂຄສະນາອົບຮົມແຂວງ ພິທີຍັງໄດ້ວາງທິດທາງແຜນການ ປີ 2027.
ໂອກາດນີ້ ປະທານກອງປະຊຸມຍັງໄດ້ໂອ້ລົມ ແລະ ຊີ້ນຳ ເພື່ອໃຫ້ ຄະນະກຳມະບານຮາກຖານ ແລະ ສະມາຊິກ ສືບຕໍ່ຍົກສູງຄວາມຮັບຜິດຊອບ, ຫ້າວຫັນປະຕິບັດໜ້າທີ່ວຽກງານ ແລະ ເອົາໃຈໃສ່ສູ້ຊົນ ເຄື່ອນໄຫວ ວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າ ໃຫ້ມີຜົນສຳເລັດດີຂຶ້ນຢ່າງຕໍ່ເນື່ອງ.
ຂ່າວ: ຄຳພັນ ແກ້ວມະນີ