

ຕົ້ນອາທິດຜ່ານມາ ບັນດາສື່ມວນຊົນ ແລະ ນັກຂ່າວ ຈາກຕ່າງປະເທດທົ່ວພາກພື້ນໃນທົ່ວໂລກ ເຊິ່ງລວມມີ ຈາກກຸ່ມປະເທດ ອາຊີປາຊີຟິກ ລວມທັງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມພົບປະ ແລະ ປະຖົມນິເທດ ແຜນງານ ຄັ້ງທີ 2 ປີ 2026 ຂອງ ສູນສືສານ ສື່ມວນຊົນ ສາກົນ ຈີນ (CIPCC) ທີ່ໄດ້ຈັດຂຶ້ນ ທີ່ ມະຫາວິທະຍາໄລ ເຣນມິນ (Renmin University of China) ທີ່ ນະຄອນຫລວງ ປັກກິ່ງ ສປ ຈີນ.
ກອງປະຊຸມໃນຄັ້ງນີ້ ມີຜູ້ຊ່ຽວຊານໄດ້ພັດປ່ຽນກັນໃຫ້ຂໍ້ມູນ ແນະນຳແນວທາງ ແລະ ຕອບຄຳຖາມ ແກ່ ຜູ້ເຂົ້າຮ່ວມ ເພື່ອກຽມຄວາມພ້ອມ ກ່ຽວກັບການລາຍງານຂ່າວ. ທ່ານ ຢູເລິຍ (Yu Lei) ຜູ້ອຳນວຍການໃຫຍ່ ໂຄງການ ສູນສືສານ ສື່ມວນຊົນ ສາກົນ ຈີນ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບພາບລວມ ແລະ ເປົ້າໝາຍຂອງໂຄງການ ພ້ອມທັງ ຕອບຂໍ້ຂ້ອງໃຈຂອງຜູ້ເຂົ້າຮ່ວມ ພ້ອມໄດ້ແນະນຳ ຂໍ້ປະຕິບັດແນະນຳແນວທາງຂອງ ສູນສືສານ ສື່ມວນຊົນ ສາກົນ ຈີນ ເຊິ່ງໂຄງການນີ້ ເປັນເວທີສຳຄັນສຳລັບການເສີມສ້າງການແລກປ່ຽນ ການສືສານ ລະຫວ່າງ ສື່ມວນຊົນ ຈີນ ກັບ ສື່ມວນຊົນ ຈາກຕ່າງປະເທດ. ການຈັດກອງປະຊຸມ ມີຄວາມໝາຍຕໍ່ການເພີ່ມພູນ ຄວາມເຂົ້າໃຈ, ການແລກປ່ຽນປະສົບການ ດ້ານວິຊາຊີບສື່ ແລະ ການສ້າງເຄືອຂ່າຍຄວາມຮ່ວມມືດ້ານການສື່ສານຕ່າງໆ.
ກອງປະຊຸມດັງກ່າວ ດຳເນີນໄປດ້ວຍບັນຍາກາດອົບອຸ່ນ ເພື່ອຊ່ວຍໃຫ້ບັນດານັກຂ່າວ-ສື່ມວນຊົນ CIPCC ຈາກຫລາຍພາກພື້ນໄດ້ເຂົ້າໃຈ ກ່ຽວກັບສະພາບແວດລ້ອມ ເພື່ອຄວາມພ້ອມໃນການປະຕິບັດພາລະກິດ ສູນສືສານ ສື່ມວນຊົນ ສາກົນ ຈີນ ຢູ່ ສປ ຈີນ.