
ໃນວັນທີ່ 7 ກັນຍາ 2026 ທີ່ຫ້ອງປະຊຸມ ຂະແໜງສື່ມວນຊົນ ທ່ານ ເພັດ ລາວເມົາ, ປະທານ ບໍລິສັດ ລາວເມົາ ຂົນສົ່ງ ພາຍໃນ ແລະ ຕ່າງປະເທດ ຈຳກັດຜູ້ດຽວ ໄດ້ມອບເຄື່ອງກິລາປະເພດເສື້ອ ຈຳນວນ 50 ຜືນ, ມູນຄ່າ 7 ລ້ານກວ່າກີບ ໃຫ້ແກ່ ຄະນະໂຄສະນາອົບຮົມແຂວງອຸດົມໄຊ. ໃຫ້ກຽດຮັບໂດຍ ທ່ານ ນາງ ມະນີຈັນ ວິໄລຈິດ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ.
ການອຸປະຖຳໃນຄັ້ງນີ້ ເພື່ອປະກອບສ່ວນເຂົ້າໃນການສ້າງຂະບວນການສະເຫຼີມສະຫຼອງ ວັນສື່ມວນຊົນ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026). ເຊີ່ງ ວັນສື່ມວນຊົນແຫ່ງຊາດ ເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດຢ່າງຍິ່ງ ເພາະສື່ມວນຊົນຖືເປັນ “ກະບອກສຽງ” ອັນແຫຼມຄົມຂອງພັກ-ລັດ ໃນການເຜີຍແຜ່ຂໍ້ມູນຂ່າວສານ, ແນວທາງນະໂຍບາຍ, ສຶກສາອົບຮົມການເມືອງ-ແນວຄິດ ແລະ ສ່ອງແສງຊີວິດການເປັນຢູ່ຂອງປະຊາຊົນ.
ການສະໜັບສະໜູນເຄື່ອງກິລາໃນຄັ້ງນີ້ ເປັນການສົ່ງເສີມແລະສະໜັບສະໜູນວຽກງານໂຄສະນາອົບຮົມກໍຄືວຽກງານສື່ມວນຊົນຂອງແຂວງອຸດົມໄຊ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນການສ້າງຄວາມສາມັກຄີຮັກແພງລະຫວ່າງວຽກງານໂຄສະນາອົບຮົມ ແລະ ພາກທຸລະກິດ ເຊິ່ງສະແດງອອກເຖິງຄວາມຮ່ວມມືອັນດີງາມ ລະຫວ່າງ ພາກເອກະຊົນ ແລະ ພາກລັດ ໃນການຊຸກຍູ້ວຽກງານຂໍ້ມູນຂ່າວສານ-ໂຄສະນາອົບຮົມ ຢູ່ທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ ແລະ ມີບັນຍາກາດຄຶກຄື້ນ.
ໃນໂອກາດອັນມີຄວາມໝາຍນີ້, ທ່ານ ນາງ ມະນີຈັນ ວິໄລຈິດ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ກັບນ້ຳໃຈອັນປະເສີດຂອງ ບໍລິສັດ ລາວເມົາ ຂົນສົ່ງ ພາຍໃນ ແລະ ຕ່າງປະເທດ ຈຳກັດຜູ້ດຽວ ທີ່ໄດ້ໃຫ້ການອຸປະຖຳຊຸກຍູ້, ພ້ອມທັງໄດ້ມອບ ໃບຍ້ອງຍໍ ເພື່ອເປັນການຢັ້ງຢືນ, ຍົກຍ້ອງສັນເສີນ ແລະ ຈົດຈຳນ້ຳໃຈອຸປະຖຳຂອງບໍລິສັດ ທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການຄັ້ງນີ້ຢ່າງສົມກຽດ.