ເມືອງຫຼາຈັດພິທີສະເຫຼີມສະຫຼອງ 4 ວັນສຳຄັນ ດ້ານກະສິກຳ ແລະ ສິ່ງແວດລ້ອມ.

ໃນວັນທີ 11 ພະຈິກ 2026 ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດພິທີສະເຫຼີມສະຫຼອງ 4 ວັນສຳຄັນ ຄື: ວັນສາກົນ ແລະ ສັບປະດາເພື່ອລຶບລ້າງຄວາມທຸກຍາກ ວັນທີ 17-24 ຕຸລາ, ວັນຊົນລະປະທານແຫ່ງຊາດ ວັນທີ 3 ພະຈິກ, ວັນສັກຢາປ້ອງກັນພະຍາດແຫ່ງຊາດ ວັນທີ 11 ພະຈິກ ແລະ ວັນເປີດຂະບວນການປູກພືດລະດູແລ້ງ ວັນທີ 15 ພະຈິກ. ພິທີດັ່ງກ່າວຈັດຂຶ້ນຢູ່ທົ່ງນາບ້ານຫ້ວຍຫຼາ ໂດຍມີ ທ່ານ ນິດ ໂພທິວັນ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ ແລະ ທ່ານ ບຸນທັນ ພົນສະຫວັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ເປັນປະທານຮ່ວມ, ມີຄະນະກຳມະການປົກຄອງຕາແສງ, ແຂກຖືກເຊີນ, ຄະນະບ້ານ ແລະ ປະຊາຊົນບ້ານຫ້ວຍຫຼາເຂົ້າຮ່ວມ.

ໃນພິທີ ທ່ານ ຫຸມແພງ ເພັດດາລາ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບຜົນການຜະລິດລະດູຝົນ ແລະ ແຜນການຜະລິດລະດູແລ້ງ ສົກປີ 2025-2026 ວ່າ: ວຽກງານກະສິກຳຂອງເມືອງຫຼາໃນໄລຍະຜ່ານມາ ໄດ້ມີການຈັດຕັ້ງຜະລິດກະສິກຳຕາມທິດທາງການຫັນໄປສູ່ການຜະລິດເປັນສິນຄ້າ ຄວບຄູ່ກັບການພັດທະນາຊົນລະປະທານ ແລະ ອະນຸລັກຊັບພະຍາກອນທຳມະຊາດ. ດ້ານວຽກງານຊົນລະປະທານ ເມືອງມີລະບົບຊົນລະປະທານ 73 ແຫ່ງ, ໃນນັ້ນມີຝາຍນ້ຳລົ້ນ 14 ແຫ່ງ, ປະຕູນ້ຳ 49 ແຫ່ງ ແລະ ຝາຍປະຕູນ້ຳ 10 ແຫ່ງ. ມີລະບົບນ້ຳເຂົ້າໃນການຜະລິດລະດູແລ້ງ 199 ເຮັກຕາ ແລະ ລະບົບນ້ຳໃນລະດູຝົນ 667 ເຮັກຕາ. ພ້ອມນັ້ນ ຍັງໄດ້ສ້າງຕັ້ງຜູ້ຄຸ້ມຄອງນຳໃຊ້ນ້ຳຊົນລະປະທານໄດ້ 5 ບ້ານ.ດ້ານການປູກຝັງ ໃນສົກປີຜ່ານມາ ມີເນື້ອທີ່ຜະລິດລວມ 1,974.54 ເຮັກຕາ ໄດ້ຜົນຜະລິດລວມ 13,390.11 ໂຕນ. ໃນນັ້ນ ສາລີແຂງ ເນື້ອທີ່ 1,602.65 ເຮັກຕາ, ໄດ້ຜົນຜະລິດ 6,920 ໂຕນ; ການປູກພືດອື່ນໆ ເຊັ່ນ ພືດຕະກູນຖ່ົວດິນມີເນື້ອທີ່ 34.8 ເຮັກຕາ ໄດ້ຜົນຜະລິດ 55 ໂຕນ, ພືດຜັກ ແລະ ໝາກໄມ້ ມີເນື້ອທີ່ 133.45 ເຮັກຕາ ໄດ້ຜົນຜະລິດ 2,121.06 ໂຕນ ແລະ ພືດສວນອື່ນໆ ກໍໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ສ່ວນວຽກງານລ້ຽງສັດ ໄດ້ສຸມໃສ່ການປັບປຸງສາຍພັນ, ການປ້ອງກັນພະຍາດສັດລ້ຽງ ໄດ້ລົງຊຸກຍູ້ຊາວກະສິກອນເປັນເຈົ້າການສັກຢາປ້ອງກັນພະຍາດສັດລ້ຽງທັງໝົດໄດ້ 105,848 ໂຕ ໃນນັ້ນມີປະເພດສັດໃຫຍ່ຈຳນວນ 12,840 ໂຕ,ສັດປີກ ຈຳນວນ 98,479 ໂຕ ຕິດພັນກັບການສົ່ງເສີມການລ້ຽງສັດເປັນສິນຄ້າ, ວຽກງານປ່າໄມ້ ໄດ້ເນັ້ນໜັກດ້ານການປົກປັກຮັກສາປ່າ, ປ້ອງກັນໄຟໄໝ້ລາມປ່າ, ການປ້ອງກັນການບຸກລຸກທຳລາຍປ່າ ແລະ ຟື້ນຟູຊັບພະຍາກອນປ່າໄມ້ ໃຫ້ມີຄວາມອຸດົມສົມບູນເລົ່ານີ້ເປັ້ນຕົ້ນ.ຈາກນັ້ນ ຄະນະປະທານກໍໄດ້ມີຄຳເຫັນກ່າວເປີດພິທີ ໂດຍໄດ້ເນັ້ນໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສຳຄັນຂອງ 4 ວັນສຳຄັນດັ່ງກ່າວ ຊຶ່ງແຕ່ລະວັນລ້ວນມີຄວາມສຳຄັນຕໍ່ການພັດທະນາປະເທດຊາດ ແລະ ການຍົກສູງຄຸນນະພາບຊີວິດຂອງປະຊາຊົນ. ທັງເປັນການປຸກລະດົມໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການແກ້ໄຂຄວາມທຸກຍາກ, ສ້າງອາຊີບ, ເພີ່ມລາຍຮັບ ແລະ ຍົກສູງຄວາມເປັນຢູ່ຂອງປະຊາຊົນ. ວັນຊົນລະປະທານແຫ່ງຊາດ ເປັນການເນັ້ນໜັກເຖິງຄວາມສຳຄັນຂອງແຫຼ່ງນ້ຳ ແລະ ລະບົບຊົນລະປະທານ ໃນການຮັບໃຊ້ເຂົ້າການຜະລິດກະສິກຳ, ຮັບປະກັນໃຫ້ມີນ້ຳໃຊ້ໃນລະດູແລ້ງ ແລະ ສົ່ງເສີມການຜະລິດໃຫ້ມີຜົນຜະລິດສູງຂຶ້ນ.

ພາຍຫຼັງສຳເລັດພິທີ ຄະນະປະທານ ແລະ ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນຈັດກິດຈະກຳປູກພືດລະດູແລ້ງ, ກິດຈະກຳສັກຢາ ແລະ ຫຍອດຢາປ້ອງກັນພະຍາດໃຫ້ສັດລ້ຽງ ພ້ອມທັງເຂົ້າຮ່ວມພິທີເປີດຊົນລະປະທານ ເພື່ອເປັນການປຸກລະດົມ ແລະ ສ້າງຂະບວນການເພຶ່ອໃຫ້ປະຊາຊົນເອົາໃຈໃສ່ການຜະລິດກະສິກຳ, ການປ້ອງກັນພະຍາດສັດ ແລະ ການອະນຸລັກສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ.

ຂ່າວ: ວົງເດືອນ ຄຳສະຫວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa