ເມືອງຫຼາຈັດກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ

ໃນວັນທີ 18 ພະຈິກ 2026 ນີ້, ອົງການກວດກາພັກ-ລັດເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວເມືອງ 5 ປີ (2021-2025) ຕິດພັນກັບການເຜີຍແຜ່ເນື້ອໃນກອງປະຊຸມວຽກງານກວດກາທົ່ວແຂວງ 5 ປີ ຢູ່ທີ່ສະໂມສອນຂອງເມືອງ. ໂດຍມີ ສະຫາຍ ສອນສຸວັນ ປັນຍາວົງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເປັນປະທານ, ເຂົ້າຮ່ວມມີບັນດາສະຫາຍຮອງເລຂາພັກເມືອງ, ກຳມະການປະຈຳພັກ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອະດີດພະນັກງານນຳພາ, ຄະນະພັກ-ຄະນະກວດກາຂອງສອງກອງບັນຊາການ ປກຊ-ປກສ ແລະ ພະນັກງານຜູ້ເຮັດວຽກກວດກາຈາກບັນດາຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ໃນໂອກາດນີ້ ສະຫາຍ ສອນສຸວັນ ປັນຍາວົງ ປະທານກອງປະຊຸມ ໄດ້ກ່າວເປີດ ແລະ ມີຄຳເຫັນຊີ້ນຳ ໂດຍເນັ້ນໜັກວ່າ: ວຽກງານກວດກາແມ່ນວຽກງານສຳຄັນຂອງພັກ-ລັດ, ເປັນກົນໄກສຳຄັນໃນການກວດກາຄວາມຖືກຕ້ອງ, ຄວາມໂປ່ງໃສ ແລະ ການປະຕິບັດລະບຽບວິໄນພາຍໃນອົງການພັກ-ລັດ. ດັ່ງນັ້ນຈົງຢຶດໝັ້ນຄຳຂວັນ: “ເພີ່ມທະວີວຽກງານຕິດຕາມ, ກວດກາ ໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງຢ່າງເດັດຂາດ, ໂປ່ງໃສ ແລະ ທັນສະໄໝ ເພື່ອພັດທະນາປະເທດຊາດໃຫ້ມີຄວາມຍືນຍົງ”.

ຈາກນັ້ນ ສະຫາຍ ຈື່ວ່າ ຊາວເຊັງ ກຳມະການປະຈຳພັກເມືອງ, ປະທານກວດກາພັກ-ລັດເມືອງ ໄດ້ຂຶ້ນລາຍງານຜົນການຈັດຕັ້ງປະຕິບັດວຽກງານກວດກາໄລຍະ 5 ປີຜ່ານມາ ໂດຍໄດ້ຕິດຕາມ, ກວດກາ ພັກ, ກວດກາລັດ ໃນນີ້ໄດ້ເຄື່ອນໄຫວຕິດຕາມການກໍ່ສ້າງ ແລະ ຂະຫຍາຍພັກເຫັນວ່າ: ປີ 2025 ທົ່ວເມືອງມີ 01 ອົງຄະນະພັກເມືອງ; ຄະນະພັກ 08 ໜ່ວຍຮາກຖານ, ມີ 84 ໜ່ວຍພັກ. ທຽບໃສ່ປີ 2020 ຄະນະພັກຮາກຖານຫຼຸດລົງ 04 ຄະນະພັກຮາກຖານ, ໜ່ວຍພັກຫຼຸດລົງ 08 ໜ່ວຍພັກ. ຫຼຸດລົງຍ້ອນກົງຈັກການຈັດຕັ້ງພັກຈຳນວນໜຶ່ງໄດ້ຍຸບ-ໂຮມເຂົ້າກັນ ແລະ ຄະນະພັກຮາກຖານຈຳນວນໜຶ່ງມາເປັນໜ່ວຍພັກຮາກຖານ; ທົ່ວເມືອງມີສະມາຊິກພັກທັງໝົດ ຈຳນວນ 1,332 ສະຫາຍ, ຍິງ 284 ສະຫາຍ, ທຽບໃສ່ປີ 2020 ເພີ່ມຂຶ້ນ 76 ສະຫາຍຍິງ 31 ສະຫາຍ, ການປະເມີນສະມາຊິກພັກປະເພດແຂງມີຈຳນວນ 921 ສະຫາຍ, ຍິງ 227 ສະຫາຍ; ປະເພດກາງຈຳນວນ 110 ສະຫາຍ, ຍິງ 34 ສະຫາຍປະເພດອ່ອນຈຳນວນ 03 ສະຫາຍ, ຍິງ 0 ສະຫາຍ, ບໍ່ໄດ້ຈັດປະເພດຈຳນວນ 322 ສະຫາຍ, ຍິງ 48 ສະຫາຍ.

ສຳລັບວຽກງານຕິດຕາມກວດກາລັດ ໄດ້ຕິດຕາມໂຄງການກໍ່ສ້າງ ແລະ ປັບປຸງພູມມິທັດວັດພະເຈົ້າສິງຄຳ ຕິດພັນກັບສວນສາທາລະນະ ຊຶ່ງມີມູນຄ່າລວມ 14,238,571,000 ກີບ, ໃນນັ້ນ ໄລຍະທີ 1 ມີມູນຄ່າ 4,580,000,000 ກີບ. ນອກນີ້ ຍັງໄດ້ຕິດຕາມກວດກາການຂຸດຄົ້ນແຮ່ທາດຂອງ 4 ບໍລິສັດ ຄື: ບໍລິສັດ CNP, ຕຸ່ນຮ່ວງ, ລາວນ້ຳຄຳ ແລະ ຫົງຊິນແຮ່ທາດຈຳກັດ. ຈາກການຕິດຕາມກວດກາພົບວ່າ ການຂຸດຄົ້ນແຮ່ທາດຂອງບໍລິສັດ CNP ໄດ້ສົ່ງຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ໂດຍມີ 61 ຄອບຄົວຢູ່ກຸ່ມຕາດມ່ວນໄດ້ຮັບຜົນກະທົບ ແລະ ມີມູນຄ່າຄວາມເສຍຫາຍລວມ 59,414,000 ກີບ; ໄດ້ກວດກາພົບການເຄື່ອນຍ້າຍໄມ້ທີ່ຜິດກົດໝາຍ ຈຳນວນ 26 ກໍລະນີ, ມີຜູ້ກ່ຽວຂ້ອງ 15 ຄົນ, ໃນນັ້ນເປັນພະນັກງານລັດຖະກອນ 2 ຄົນ ແລະ ເຈົ້າໜ້າທີ່ ປກຊ-ປກສ 2 ຄົນ; ສາມາດຍຶດໄມ້ໄດ້ 46,486 ແມັດກ້ອນ, ຍຶດຈັກສະຕິນໄດ້ 1 ເຄື່ອງ, ແກ້ໄຂສຳເລັດແລ້ວ 23 ກໍລະນີ ແລະ ປັບໃໝເປັນເງິນ 130,119,000 ກີບ ຊຶ່ງໄດ້ມອບເຂົ້າງົບປະມານແຫ່ງລັດ 100%.

ນອກຈາກນີ້ ກອງປະຊຸມຍັງໄດ້ເຜີຍແຜ່ ແລະ ຜ່ານບັນດາເອກະສານສຳຄັນກ່ຽວຂ້ອງ. ພ້ອມກັນນີ້ ປະທານກອງປະຊຸມຍັງໄດ້ມີຄຳເຫັນເຈາະຈີ້ມ ແລະ ແລກປ່ຽນຕໍ່ບັນດາຄຳສະເໜີ ພ້ອມທັງຊີ້ນຳໃຫ້ອົງການກວດກາພັກ-ລັດ ແລະ ພະນັກງານຜູ້ຮັບຜິດຊອບວຽກງານກວດກາ ນຳເອົາບັນດາຂໍ້ຄິດເຫັນໄປຄົ້ນຄວ້າປັບປຸງແຜນວຽກໃຫ້ມີຄວາມຈະແຈ້ງຈະແຈ້ງ, ກຳນົດໃຫ້ໄດ້ຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດໃຫ້ເໝາະສົມ. ເພື່ອເຮັດໃຫ້ວຽກງານກວດກາໃນ 5 ປີຕໍ່ໜ້າ ມີຄວາມເຂັ້ມແຂງ, ໂປ່ງໃສ ແລະ ເກີດຜົນເປັນຮູບປະທຳ ປະກອບສ່ວນເຮັດໃຫ້ວຽກງານອົງການກວດກາ ເຂັ້ມແຂງ ແລະ ພັດທະນານັບມື້ນັບດີຂຶ້ນເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa