ເມືອງຫຼາ ຈັດຝຶກອົບຮົມວຽກງານການເງິນຂັ້ນຕາແສງ ພ້ອມເຜີຍແຜ່ນິຕິກຳ ແລະ ແນະນຳການນຳໃຊ້ລະບົບການເງິນຜ່ານເອເລັກໂທຣນິກ.

ໃນວັນທີ 19 ພະຈິກ 2026 ນີ້, ຢູ່ທີ່ຫ້ອງການ ການເງິນເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມຝຶກອົບຮົມ, ເຜີຍແຜ່ ແລະ ແນະນຳການຈັດຕັ້ງປະຕິບັດວຽກງານການເງິນຂັ້ນຕາແສງ ພ້ອມທັງແນະນຳການນຳໃຊ້ລະບົບຄຸ້ມຄອງການເງິນຕາແສງຜ່ານອອນລາຍ. ໂດຍມີທ່ານ ນາງ ທອງດຳ ອາໄພຍະລາດ ຮອງຫົວໜ້າພະແນກການເງິນແຂວງ ແລະ ທ່ານ ເນັ່ງເຮີ ເລ່ຍເຊີ ຮອງປະທານຄະນະກຳມະການປົກຄອງເມືອງ ເປັນປະທານຮ່ວມ. ມີຫົວໜ້າຫ້ອງການ ການເງິນເມືອງ, ນັກວິທະຍາກອນຈາກຂັ້ນແຂວງ, ຄະນະກຳມະການປົກຄອງຕາແສງ, ຄະນະບ້ານ ແລະ ພະນັກງານຂະແໜງການເງິນເມືອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ບັນດານັກວິທະຍາກອນຈາກຂັ້ນແຂວງ ໄດ້ຂຶ້ນເຜີຍແຜ່ ແລະ ແນະນຳບັນດານິຕິກຳທີ່ກ່ຽວຂ້ອງ ເຊັ່ນ: ຄຳແນະນຳກ່ຽວກັບການຈັດຕັ້ງບ້ານ ແລະ ການຈັດຕັ້ງຄຸ້ມຄອງບ້ານ ສະບັບເລກທີ 296/ຄຈສພ ລົງວັນທີ 8 ພຶດສະພາ 2026 ແລະ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ເລກທີ 78/ສພຊ ລົງວັນທີ 20 ມີນາ 2025. ພ້ອມນັ້ນ ຍັງໄດ້ແນະນຳການຂຽນແຜນພັດທະນາເສດຖະກິດ-ສັງຄົມຂອງຕາແສງ ເພື່ອເປັນພື້ນຖານໃນການວາງແຜນ ແລະ ຈັດຕັ້ງປະຕິບັດວຽກງານຢູ່ຂັ້ນຮາກຖານ.

ພ້ອມນີ້ ຍັງໄດ້ເຜີຍແຜ່ລະບົບການຄຸ້ມຄອງການເງິນຕາແສງ ແລະ ແນະນຳວິທີການເຂົ້າໃຊ້ເວັບໄຊ fdvcsubdistrict.la ເພື່ອນຳໃຊ້ລະບົບຄຸ້ມຄອງການເງິນຕາແສງຜ່ານທາງເອເລັກໂທຣນິກ ໂດຍໄດ້ແນະນຳຂັ້ນຕອນການຕິດຕັ້ງລະບົບໃຫ້ແຕ່ລະຕາແສງ ລວມທັງການນຳໃຊ້ QR Code ໃນການປະຕິບັດວຽກງານ ເພື່ອອຳນວຍຄວາມສະດວກ ແລະ ຍົກສູງປະສິດທິຜົນໃນການຄຸ້ມຄອງວຽກງານການເງິນຢູ່ຂັ້ນຕາແສງ. ການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ຮ່ວມກັນແລກປ່ຽນຄຳຄິດເຫັນ, ສອບຖາມບັນຫາຂໍ້ຂ້ອງໃຈ ແລະ ຮັບຟັງຄຳຊີ້ນຳຈາກຄະນະປະທານ ແລະ ນັກວິທະຍາກອນ ເພື່ອເສີມສ້າງຄວາມເຂົ້າໃຈ ແລະ ສາມາດນຳເອົາຄວາມຮູ້ທີ່ໄດ້ຮັບໄປໝູນໃຊ້ໃນການປະຕິບັດໜ້າທີ່ຕົວຈິງ.

ໃນຕອນທ້າຍ ຄະນະປະທານກອງປະຊຸມໄດ້ຜັດປ່ຽນກັນມີຄຳເຫັນ ໂດຍເນັ້ນໜັກວ່າ ການຝຶກອົບຮົມຄັ້ງນີ້ມີຄວາມສຳຄັນໃນການຍົກສູງຄວາມຮູ້ ແລະ ຄວາມສາມາດໃຫ້ແກ່ບຸກຄະລາກອນຂັ້ນຕາແສງ ແລະ ຂັ້ນບ້ານ ໃຫ້ສາມາດຈັດຕັ້ງວຽກງານການເງິນໄດ້ຢ່າງຖືກຕ້ອງ, ໂປ່ງໃສ, ມີປະສິດທິຜົນ ແລະ ສອດຄ່ອງກັບນິຕິກຳຂອງລັດ. ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດານັກສຳມະນາກອນຈົ່ງຕັ້ງໃຈສຶກສາ ແລະ ກຳແໜ້ນບົດຮຽນທີ່ໄດ້ຮັບໃນຄັ້ງນີ້ ເພື່ອນຳໄປໝູນໃຊ້ ແລະ ຈັດຕັ້ງປະຕິບັດຕາມການມອບໝາຍໃຫ້ເກີດຜົນປະໂຫຍດສູງສຸດ.

ຂ່າວ: ວົງເດືອນ ຄຳສະຫວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa