

ໃນລະຫວ່າງວັນທີ 12-13 ພະຈິກ 2026 ຄະນະກໍາມະການຄຸ້ມຄອງ ອິນເນັດ ແຂວງອຸດົມໄຊ ໄດ້ເຂົ້າຮ່ວມກອງປະຊຸມ ສຳມະນາ ສ້າງຄວາມເຂັ້ມແຂງ ຄະນະກຳມະການຄຸ້ມຄອງ ອິນເຕີເນັດ ຂັ້ນແຂວງ ແລະ ກອງປະຊຸມສະຫຼຸບວຽກງານ ຄະນະກໍາມະການຄຸ້ມຄອງ ອິນເນັດ ແຫ່ງຊາດ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ທີ່ ຫ້ອງປະຊຸມກະຊວງປ້ອງກັນປະເທດ ໂດຍການເປັນທານຂອງ ທ່ານ ພົອ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງ ອິນເຕີເນັດ ແຫ່ງຊາດ, ມີລັັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ ແລະ ຄະນະກຳມະການຄຸ້ມຄອງ ອິນເຕີເນັດ ຂັ້ນແຂວງ ຈາກ 18 ແຂວງ ແລະ ນະຄອນຫລວງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ແມ່ນມີຄວາມໝາຍ, ຄວາມສໍາຄັນ ໃນການຕິດຕາມ, ກວດກາ ແລະ ການຕອບໂຕ້ຂ່າວປອມ, ຂ່າວບິດເບືອນ ໃນສື່ສັງຄົມອອນລາຍ ໃຫ້ຮັບຮູ້ສະພາບ, ການປ້ອງກັນ ແລະ ການແກ້ໄຂບັນຫາຕ່າງໆທາງອອນລາຍ, ວຽກງານຄວາມປອດໄພ ໄຊເບີ, ໄພຄຸກຄາມ ແລະ ໄພອັນຕະລາຍຕ່າງໆ ເພື່ອນໍາໄປເຜິຍແຜ່ ຄວາມຮູ້ ແກ່ສັງຄົມ ໃຫ້ຫຼຸດຜ່ອນຄວາມສ່ຽງຕ່າງໆ ທີ່ອາດເກີດຂຶ້ນກັບການຈັດຕັ້ງ ແລະ ສັງຄົມ. ພ້ອມທັງ ຍັງໄດ້ຍົກໃຫ້ເຫັນເຖິງ ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ ຢ່າງເປັນເອກະພາບ ຕໍ່ກັບວຽກງານຄຸ້ມຄອງ ອິນເຕີເນັດ ໃນທົ່ວປະເທດ ກໍຄື ການປັບປຸງຄະນະກໍາມະການຄຸ້ມຄອງ ອິນເຕີເນັດ ຂັ້ນແຂວງ ເພື່ອໃຫ້ສອດຄ່ອງ ກັບ ພາລະບົດບາດ, ສິດ ແລະ ໜ້າທີ່ ໃນແຕ່ລະໄລຍະ ແລະ ການຕອບໂຕ້ ຫາງສຽງຜ່ານສື່ສັງຄົມອອນລາຍ ໂດຍສະເພາະ ຂ່າວທີ່ບໍ່ມີມູນຄວາມຈິງ, ຂ່າວບິດເບືອນ, ໃສ່ຮ້າຍປ້າຍສີ ການນຳພັກ-ລັດ.
ສໍາລັບ ແຂວງອຸດົມໄຊ ເຂົ້າຮ່ວມໂດຍ ທ່ານ ປອ ວົງສະຫວັນ ໄຊຍະວົງ ປະທານຄະນະກຳມະການປົກຄອງແຂວງ, ຕາງໜ້າຄະນະກໍາມະການຄຸ້ມຄອງ ອິນເຕີເນັດ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໂອກາດເຂົ້າຮ່ວມ ທ່ານໄດ້ລາຍງານການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງ ອິນເຕີເນັດ ໃນໄລຍະຜ່ານ, ຂໍ້ຫຍ້ງຍາກ, ສິ່ງທ້າທາຍ ແລະ ວິທີແກ້ໄຂໃນຕໍ່ໜ້າ ຕໍ່ ກອງປະຊຸມ ເຊິ່ງເນື້ອໃນ ບົດລາຍງານ ໄດ້ເວົ້າເຖິງ ວຽກງານຄຸ້ມຄອງ ອິນເຕີເນັດ ຢູ່ ແຂວງອຸດົມໄຊ ແມ່ນໄດ້ຮັບຄວາມເອົາໃຈໃສ່ ນໍາພາ-ຊີ້ນໍາ ຢ່າງຕັ້ງໜ້າ ຈາກ ອົງການປົກຄອງແຂວງ ໂດຍສະເພາະ ຈາກ ຄະນະກຳມະການຄຸ້ມຄອງ ອິນເຕີເນັດ ຂັ້ນແຂວງ ໂດຍມີການປະສານສົມທົບຢ່າງກົມກຽວ ລະຫວ່າງ ພະແນກເຕັກໂນໂລຊີ ແລະ ການສື່ສານ, ຫ້ອງວ່າການແຂວງ, ຄະນະໂຄສະນາອົບຮົມແຂວງ ແລະ ເຈົ້າໜ້າທີ່ ປກສ ແຂວງ ແລະ ພາກສ່ວນກ່ຽວຂ້ອງ. ຈຸດປະສົງ ເພື່ອຄຸ້ມຄອງພື້ນຖານໂຄງລ່າງ ໂທລະຄົມ ໃຫ້ຮອງຮັບການຫັນເປັນ ດິຈິຕອນ, ຮັບປະກັນຄວາມປອດໄພທາງໄຊເບີ, ຕອບໂຕ້ຂ່າວປອມ ທີ່ບິດເບືອນຄວາມຈິງ ແລະ ສະກັດກັ້ນ ອາຊະຍາກຳທາງລະບົບຄອມພິວເຕີ ທີ່ສົ່ງຜົນກະທົບຕໍ່ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ.
———————— ຂ່າວ: ບຸນພອນ