ຄະນະໂຄສະນາອົບຮົມແຂວງ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ ການຮຽນ-ການສອນ ວິຊາສຶກສາພົນລະເມືອງ

ໃນຕອນເຊົ້າ ຂອງວັນທີ 11 ພະຈິກ 2026 ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງໄຊ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊ ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ ການຮຽນ-ການສອນ ວິຊາສຶກສາພົນລະເມືອງ ຢູ່ໂຮງຮຽນມັດທະຍົມສົມບູນກໍນ້ອຍ ເມືອງໄຊ ນໍາໂດຍ ທ່ານ ປອ ນາງ ແກ້ວໄຊ ມະນີວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທິມງານ, ມີທ່ານ ສີພອນ ຫຼວງໄຊ ອໍານວຍການໂຮງຮຽນມັດທະຍົມສົມບູນກໍນ້ອຍ ພ້ອມດ້ວຍຄະນະ ແລະ ຄູອາຈານສອນວິຊາສຶກສາພົນລະເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ປະຕິບັດຕາມ ມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 553/ຄປຈ.ອຊ, ລົງວັນທີ 10 ກັນຍາ 2026; ເພື່ອເປັນການຕິດຕາມ, ຊຸກຍູ້ ແລະ ຖອດຖອນບົດຮຽນໃນການຮຽນນ-ການສອນວິຊາສຶກສາພົນລະເມືອງ ຢູ່ຊັ້ນມັດທະຍົມ ທາງດ້ານເນື້ອໃນ, ຮູບການ ໃນການນໍາເອົາແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ແຕ່ລະໄລຍະ ຜັນຂະຫຍາຍເຂົ້າໃນການສິດສອນ ຕິດພັນກັບການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນັກຮຽນ ແນໃສ່ເຮັດໃຫ້ແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ໄດ້ຜັນຂະຫຍາຍເຂົ້າສູ່ລະບົບການຮຽນ-ການສອນໄດ້ຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ເຮັດໃຫ້ການຮຽນ-ການສອນວິຊາສຶກສາພົນລະເມືອງ ມີຄຸນນະພາບສູງຂຶ້ນກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa