

ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ດຳເນີນຊີວິດການເມືອງ ພາຍໃນພັກ ຕິດພັນກັບການປະເມີນໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026
ກອງປະຊຸມ ດຳເນີນຊີວິດການເມືອງ ພາຍໃນພັກ ຕິດພັນກັບການປະເມີນໜ່ວຍພັກປອດໃສ ເຂັ້ມ ແຂງ, ໜັກແໜ້ນ ປະຈຳປີ 2026 ຂອງໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ອຸດົມໄຊ ໄດ້ຈັດຂຶ້ນ ໃນວັນທີ 3 ພະຈິກ 2026 ນີ້ ທີ່ຫ້ອງປະຊຸມ ຂອງຕົນ ໂດຍ ການເປັນປະທານຂອງ ສະຫາຍນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະໜ່ວຍພັກຮາກຖານ, ສະມາຊິກພັກ ແລະ ຄະນະຮັບຜິດຊອບຂັ້ນແຂວງ ເຂົ້າຮ່ວມ.
ການດຳເນີນກອງປະຊຸມໃນຄັ້ງນີ້ ກໍເພື່ອສະຫລຸບ ຕິລາຄາຄືນຜົນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ພາຍໃຕ້ການນຳພາ – ຊີ້ນຳ ຂອງຄະນະໜ່ວຍພັກຮາກຖານ ໃນໄລຍະ 1 ປີຜ່ານມາ ກໍຄື ບັນດາຜົນງານ ທີ່ຈະຕ້ອງສືບຕໍ່ເສີມຂະຫຍາຍ, ດ້ານອ່ອນ – ຂໍ້ຄົງຄ້າງ ທີ່ຈະຕ້ອງປັບປຸງ, ແກ້ໄຂ ໃນຕໍ່ຫນ້າ ແນ່ໃສ່ເຮັດໃຫ້ຄະນະພັກ ກໍຄື ສະມາຊິກພັກ ສາມາດເຮັດຫຼ້ອນໜ້າທີ່ ທາງດ້ານການເມືອງ, ເພີ່ມທະວີການປັບປຸງ ແບບ ແຜນ ວິທີເຮັດວຽກ, ການນຳພາ – ຊີ້ນຳ ທາງດ້ານການເມືອງ – ແນວຄິດ, ວຽກງານໂຄສະນາອົບຮົມ ກໍຄື ວຽກງານສື່ມວນຊົນ ໃຫ້ມີບາດກ້າວທີ່ຕັ້ງໜ້າ, ທັງເປັນການ ປັບປຸງ ປົວແປງພັກ ໃຫ້ນັບມື້ ປອດໃສ,ເຂັ້ມແຂງ, ໜັກແໜ້ນ. ໃນນີ້ ໄດ້ຮັບຟັງການເຜີຍແຜ່ ບັນດາເນື້ອໃນເອກະສານຂອງພັກຈຳນວນໜຶ່ງ ເປັນຕົ້ນແມ່ນ ກົດລະບຽບຂອງພັກ ສະໄຫມທີ 12, ມະຕິ ວ່າດ້ວຍການເພີ່ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ແລະ ການຕ້ານການຟຸມເຟືອຍ ໃນກົງຈັກການຈັດຕັ້ງພັກ – ລັດ ແລະ ສັງຄົມ, ບົດແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XII ກ່ຽວກັບການຕິດຕາມກວດກາຂອງພັກ, ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກຮາກຖານ, ຂອງບຸກຄົນ ຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກ, ບົດສະຫລຸບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ພ້ອມກັນ ປະກອບຄຳຄິດຄຳເຫັນ, ຕຳນິຕິຊົມ, ກໍ່ສ້າງຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕໍ່ການນຳພາລວມ ແລະ ການເຄື່ອນໄຫວ ຂອງບຸກຄົນ ເພື່ອປັບປຸງປ່ຽນແປງໃຫ້ດີຂຶ້ນ ຕາມຫຼັກການກໍ່ສ້າງພັກ ທັງເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ, ຕີລາຄາຈັດປະເພດໜ່ວຍພັກ, ບຸກຄົນ ຄະນະພັກ ແລະ ສະມາຊິກພັກ ເພື່ອໃຫ້ຄະນະພັກ, ຄະນະນຳ ກໍຄື ຄະນະຮັບຜິດຊອບຂັ້ນແຂວງ ປະເມີນ ແລະ ຮັບຮອງເອົາໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ອຸດົມໄຊ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ປະຈຳປີ 2026.
ໂອກາດດັ່ງກ່າວ ສະຫາຍ ນາງມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄຳເຫັນໂອ້ລົມ ພ້ອມທັງ ໃຫ້ທິດຊີ້ນຳບາງບັນຫາ ເພື່ອເປັນບ່ອນອີງ ໃຫ້ແກ່ສະມາຊິກພັກ ພ້ອມກັນນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ ມີຜົນສຳເລັດຕາມລະດັບຄາດໝາຍ.
====ຄານມະນີ