ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງໄຊ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການຮຽນ-ການສອນ ວິຊາສຶກສາພົນລະເມືອງ ຢູ່ໂຮງຮຽນມັດທະຍົມສົມບູນຫ້ວຍຂຸມ ເມືອງໄຊ

ໃນຕອນເຊົ້າ ຂອງວັນທີ 16 ຕຸລາ 2026 ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງໄຊ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການຮຽນ-ການສອນ ວິຊາສຶກສາພົນລະເມືອງ ຢູ່ໂຮງຮຽນມັດທະຍົມສົມບູນຫ້ວຍຂຸມ ເມືອງໄຊ ນໍາໂດຍ ທ່ານ ປອ ນາງ ແກ້ວໄຊ ມະນີວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທິມງານ, ມີທ່ານ ຄໍາຕັນ ບົວຍະວົງ ອໍານວຍການໂຮງຮຽນມັດທະຍົມສົມບູນຫ້ວຍຂຸມ ພ້ອມດ້ວຍຄະນະ ແລະ ຄູອາຈານສອນວິຊາສຶກສາພົນລະເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ປະຕິບັດຕາມ ມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 553/ຄປຈ.ອຊ, ລົງວັນທີ 10 ກັນຍາ 2026; ເພື່ອເປັນການຕິດຕາມ, ຊຸກຍູ້ ແລະ ຖອດຖອນບົດຮຽນໃນການຮຽນນ-ການສອນ ວິຊາສຶກສາພົນລະເມືອງ ຢູ່ຊັ້ນມັດທະຍົມຕອນປາຍ ທາງດ້ານເນື້ອໃນ, ຮູບການ ໃນການນໍາເອົາແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ແຕ່ລະໄລຍະ ຜັນຂະ ຫຍາຍເຂົ້າໃນການສິດສອນ ຕິດພັນກັບການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນັກຮຽນ ແນໃສ່ເຮັດໃຫ້ແນວ ທາງ, ນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ໄດ້ຜັນຂະຫຍາຍເຂົ້າສູ່ລະບົບການຮຽນ-ການສອນໄດ້ຢ່າງກວ້າງ ຂວາງ, ເລິກເຊິ່ງ ແລະ ເຮັດໃຫ້ການຮຽນ-ການສອນວິຊາສຶກສາພົນລະເມືອງ ມີຄຸນນະພາບສູງຂຶ້ນກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa