ກອງປະຊຸມຮັບສ່ອງແສງສະພາບແນວຄິດ ຫາງສຽງສັງຄົມ ໄລຍະ 9 ເດືອນ ປີ 2026

ວັນທີ 16 ກັນຍານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ ໄດ້ເປີດກອງປະຊຸມຮັບສ່ອງແສງສະພາບແນວຄິດ ຫາງສຽງສັງຄົມ ໄລຍະ 9 ເດືອນ ປີ 2026 ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ວຽກງານພັກ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ຫົວໜ້າຄະນະຊີ້ນຳວຽກງານຕິດຕາມ ເກັບກຳສະພາບແນວຄິດ ຫາງສຽງສັງຄົມຂັ້ນແຂວງ ມີ ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຮອງຫົວໜ້າຄະນະຊີ້ນຳຂັ້ນແຂວງ ມີບັນດາສະຫາຍກຳມະການພັກແຂວງ, ຄະນະພັກ, ສອງກຳລັງປະສານງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ພ້ອມດ້ວຍຄະນະຮັບຜິດຊອບ ຕາງໜ້າເພື່ອນຮ່ວມງານ ແລະ ຜູ້ປະສານງານຂັ້ນແຂວງ ເຂົ້າຮ່ວມ.

ຈຸດປະສົງ ເພື່ອສືບຕໍ່ພັນຂະຫຍາຍຄຳສັ່ງຂອງຄະນະເລຂາທິການກາງພັກ ເລກທີ 04/ຄລສພ ແລະ ຄຳສັ່ງແນະນຳຂອງຄະນະປະຈຳພັກແຂວງ ເລກທີ 6020/ຄປພຂ ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ ເກັບກຳສະພາບແນວຄິດ ຫາງສຽງສັງຄົມໄລຍະໃຫມ່ ໃຫ້ປະກົດຜົນເປັນຈິງ ທັງເປັນການປະຕິບັດທິດທາງແຜນການ 5 ປີ ຄັ້ງທີ (2026-2030) ເພື່ອພັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ໃນວາລະດຳເນີນກອງປະຊຸມ ບັນດາສະຫາຍຜູ້ແທນໄດ້ຮັບຟັງລາຍງານສະພາບແນວຄິດ ຫາງສຽງສັງຄົມທົ່ວແຂວງ ໄລຍະ 9 ເດືອນ ແລະ ທິດທາງແຜນການເຄື່ອນໄຫວໄລຍະ 3 ເດືອນທ້າຍປີ 2026 ຈາກຄະນະໂຄສະນາອົບຮົມແຂວງ ຮັບຟັງການເຜີຍແຜ່ເຊື່ອມຊຶມບັນດານິຕິກຳທີ່ກ່ຽວຂ້ອງ ຮັບຟັງການສ່ອງແສງລາຍງານຕົວຈິງ ກ່ຽວກັບປະກົດການທີ່ພົ້ນເດັ່ນ ສະພາບການແກ້ໄຂບັນຫາຍໍ້ທໍ້ຕ່າງໆ ຂໍ້ສະດວກ, ຂໍ້ຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກຄະນະຮັບຜິດຊອບ ຕາງໜ້າເພື່ອນຮ່ວມງານຢູ່ບັນດາຮາກຖານ ພ້ອມທັງອ້ອມຂ້າງແຂວງ ເພື່ອພ້ອມກັນຄົ້ນຄວ້າຊອກຫາວິທີການປັບປຸງວຽກງານດັ່ງກ່າວໃຫ້ມີປະສິດທິພາບສູງຂຶ້ນ

ໂອກາດກ່າວໄຂກອງປະຊຸມ ສະຫາຍ ຄຳດີ ວົງລ້ອມ ໄດ້ເນັ້ນໜັກວ່າ: ວຽກງານຕິດຕາມ ເກັບກຳສະພາບແນວຄິດ ຫາງສຽງສັງຄົມ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍຸດທະສາດ ນອນຢູ່ໃນຂົງເຂດວຽກງານການເມືອງແນວຄິດຂອງພັກ ຢ່າງໃກ້ຊິດ ສະນັ້ນ ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ ເຊີດຊູນ້ຳໃຈປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນບັນຫາທີ່ແທ້ຈິງຂອງສັງຄົມ ແນ່ໃສ່ໃຫ້ການເກັບກຳຂໍ້ມູນຫາງສຽງສັງຄົມ ມີຄວາມວ່ອງໄວ, ຊັດເຈນ, ຄົບຖ້ວນ ສາມາດສະກັດກັ້ນ, ແກ້ໄຂບັນຫາຍໍ້ທໍ້ຕ່າງໆ ໃຫ້ທັນກັບສະພາບການ ປະກອບສ່ວນເຂົ້າໃນການຮັກສາເສຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa