ເມືອງປາກແບງ ເບີກບານມ່ວນຊື່ນ ໃສ່ບາດ ໃນມື້ບຸນຫໍ່ເຂົ້າສະຫລາກ ກະກຽມຄວາມພ້ອມ ກ່ອນເປີດສາກ ແຂ່ງຂັນຊ່ວງເຮືອ ປະຈຳປີ 2026

 
ຕອນເຊົ້າຂອງວັນທີ 26 ກັນຍາ 2026, ທີ່ ເມືອງປາກແບງ ແຂວງອຸດົມໄຊ ໄດ້ຈັດພິທີໃສ່ບາດ ເນື່ອງໃນໂອກາດ ບຸນຊ່ວງເຮືອປະເພນີ ເດືອນ 9 ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມເຫຼື້ອມໃສສັດທາ ແລະ ຄວາມເບີກບານມ່ວນຊື່ນ ເຊິ່ງເປັນສ່ວນໜຶ່ງຂອງ ງານບຸນປະເພນີຊ່ວງເຮືອ.

ພິທີອັນເປັນສິລິມົງຄຸນດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ມະນີຈັນ ວິໄລຈິດ ຄະນະປະຈຳພັກແຂວງ, ຜູ້ຊີ້ນຳ ເມືອງປາກແບງ, ທ່ານ ໄຊຍະສິນ ສຸພັນທອງ ເລຂາພັກເມືອງ, ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ, ບັນດາເມືອງອ້ອມຂ້າງ ຕະຫຼອດຮອດ ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ແຂກເຊີນ ໄດ້ພ້ອມໃຈກັນນຳເອົາ ຫໍ່ເຂົ້າສະຫລາກ ແລະ ອາຫານ ຫວານ-ຄາວ ມາໃສ່ບາດ ຖວາຍສັງຄະທານແດ່ ພະພິກຸສົງ, ສາມະເນນ ເພື່ອອຸທິດສ່ວນບຸນກຸສົນໄປຫາຍາດຕິພີ່ນ້ອງຜູ້ລ່ວງລັບໄປແລ້ວ ຕາມຮີດຄອງປະເພນີອັນດີງາມທີ່ສືບທອດກັນມາແຕ່ບູຮານາການ.
ນອກຈາກພິທີໃສ່ບາດອັນສັກສິດໃນຕອນເຊົ້າແລ້ວ, ບັນຍາກາດພາຍໃນງານ ຍັງເຕັມໄປດ້ວຍຄວາມຄຶກຄື້ນ ປະຊາຊົນ ແລະ ນັກທ່ອງທ່ຽວ ໄດ້ພາກັນທ່ຽວຊົມ ຕະຫຼາດນັດ, ຊີມຊາ 1.000 ປີ ແລະ ທັດສະນາສະຖານທີ່ຕ່າງໆ ພ້ອມທັງຊົມການສະແດງສິນລະປະ ວັນນະຄະດີ ຂອງ ເມືອງ ຢ່າງເບີກບານມ່ວນຊື່ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa