ປິດຝຶກອົບຮົມ ຄວາມຮູ້ພື້ນຖານ ວຽກງານສື່ມວນຊົນ ໃຫ້ແກ່ 3 ພາກສ່ວນ

ປິດຝຶກອົບຮົມ ຄວາມຮູ້ພື້ນຖານ ວຽກງານສື່ມວນຊົນ ໃຫ້ແກ່ 3 ພາກສ່ວນ
ໃນວັນທີ 12 ມິຖຸນາ 2026 ທີ່ ຂະແໜງສື່ມວນຊົນ, ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີ ສະຫຼຸບ ປິດຝຶກອົບຮົມ ຄວາມຮູ້ພື້ນຖານ ວຽກງານສື່ມວນຊົນ ໃຫ້ແກ່ ພະນັກງານທີ່ເຮັດວຽກງານສື່ມວນຊົນ ຈາກ 3 ພາກສ່ວນ ຄື: ພະແນກສຶກສາທິການ ແລະ ກິລາແຂວງ, ຄະນະຈັດຕັ້ງແຂວງ ແລະ ຄະນະໂຄສະນາອົບຮົມ ເມືອງໄຊ ຊຸດອົບຮົມພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 5 ວັນ ແຕ່ວັນທີ 8-12 ມິຖຸນາ 2026. ໂດຍການເປັນປະທານຂອງ ທ່ານ ລໍ ຂຸນລໍ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີວິທະຍາກອນ ຈາກ ຂະແໜງສື່ມວນຊົນແຂວງ ແລະ ສຳມະນາກອນ ຈາກ 3 ພາກສ່ວນ ເຂົ້າຮ່ວມ.

ຊຸອົບຮົມ ທ່ານ ຄຳພູສະຫວັນ ເພັນສະຫວັດ ຫົວໜ້າຂະແໜງສື່ມວນຊົນ ໄດ້ສະຫຼຸບ ແລະ ຕີລາຄາຜົນການຝຶກອົບຮົມ ວ່າ: ການຝຶກອົບຮົມໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ມີຄວາມຮັບຜິດຊອບສູງ ຈາກ ຄະນະຮັບຜິດຊອບ, ຄູຝຶກ ແລະ ສຳມະນາກອນ ທັງໄດ້ປະສົມປະສານການຮຽນຮູ້ທາງ ທິດສະດີ ກັບການ ຝຶກປະຕິບັດຕົວຈິງ. ສຳມະນາກອນ ສາມາດລົງເກັບກຳຂ່າວ, ຂຽນຂ່າວ, ຖ່າຍຮູບ, ຖ່າຍວິດີໂອ, ຕັດຕໍ່ສຽງ, ຕັດຕໍ່ວິດີໂອ ພ້ອມທັງສາມາດຜະລິດລາຍການວິທະຍຸໄດ້ຕົວຈິງ ເຊິ່ງເປັນການຍົກລະດັບທັກສະດ້ານວຽກງານສື່ມວນຊົນ ໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝຫຼາຍຂຶ້ນ. ຜົນການປະເມີນໂດຍລວມ ສະແດງໃຫ້ເຫັນວ່າ ສຳມະນາກອນສ່ວນໃຫຍ່ ມີຄວາມພໍໃຈ ແລະ ຊຸດຝຶກອົບຮົມມີປະໂຫຍດໃນລະດັບດີຫຼາຍ, ສາມາດນໍາເອົາຄວາມຮູ້ ແລະ ທັກສະທີ່ໄດ້ຮັບໄປນໍາໃຊ້ໃນວຽກງານຕົວຈິງຂອງຕົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ວຽກງານສື່ມວນຊົນຂອງແຕ່ລະກົມກອງໃຫ້ມີຄຸນນະພາບດີຂຶ້ນ.
ຊຸດອົບຮົມ ຍັງໄດ້ມອບໃບຢັ້ງຢືນ ໃຫ້ແກ່ ສຳມະນາກອນ ທີ່ສຳເລັດການຝຶກອົບຮົມຕາມຫຼັກສູດທີ່ວາງໄວ້ ຈຳນວນ 10 ທ່ານ ໃຫ້ກຽດມອບໂດຍ ທ່ານ ລໍ ຂຸນລໍ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມທັງໃຫ້ການໂອ້ລົມເນັ້ນໜັກ ສຳມະນາກອນ ທີ່ສຳເລັດການຝຶກອົບຮົມ ໃຫ້ນຳເອົາ ບົດຮຽນ ແລະ ຄວາມຮູ້ ທີ່ໄດ້ຝຶກມາ ໄປໝູນໃຊ້ເຂົ້າໃນວຽກງານສື່ມວນຊົນຂອງຕົນ ໃຫ້ມີໃບໜ້າໃໝ່ ດີຂຶ້ນກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa