ຂະແໜງສື່ມວນຊົນແຂວງ ສະຫລຸບຖອດຖອນ ບົດຮຽນວຽກງານສື່ມວນຊົນ, ການສົ່ງຂ່າວ ແລະ ການຈັດລາຍການ ຂອງຄູ່ຮ່ວມງານ ບັນດາ ກົມກອງ, ພະແນກການ, ອົງການ ຂັ້ນແຂວງ.

ກອງປະຊຸມ ສະຫລຸບຖອດຖອນບົດຮຽນ ວຽກງານສື່ມວນຊົນ, ການສົ່ງຂ່າວ ແລະ ການຈັດລາຍການ ຂອງບັນດາ ກົມກອງ, ພະແນກການ, ອົງການ, ຂະແຫນງການ ຂັ້ນແຂວງ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ໄດ້ຈັດຂຶ້ນ ໃນວັນທີ 15 ພຶດສະພາ 2026 ທີ່ ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ທ່ານ ລໍ ຂຸນລໍ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ, ມີ ຄະນະພະແນກຜູ້ຊີ້ນຳລາຍການ, ຂະແໜງສື່ມວນຊົນ ແລະ ວິຊາການ ນັກຂ່າວ-ໂຄສົກ ທີ່ຮັບຜິດຊອບ ການສົ່ງຂ່າວ ແລະ ຈັດລາຍການ ວິທະຍຸ ຈາກບັນດາ ກົມກອງ, ພະ ແນກການ, ອົງການ, ຂະແຫນງການ ຂັ້ນແຂວງ ເຂົ້າຮ່ວມ.

ກອງປະຊຸມ ສະຫລຸບການເຄື່ອນໄຫວ ຈັດຕັ້ງປະຕິບັດ ວຽກງານສື່ມວນຊົນ, ການສົ່ງຂ່າວ ແລະ ການຈັດລາຍການຂອງບັນດາ ກົມກອງ, ພະແນກການ, ອົງການ, ຂະແຫນງການ ຂັ້ນແຂວງ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ຍົກໃຫ້ເຫັນ ດ້ານດີ-ຜົນງານ ດ້ານອ່ອນ-ຂໍ້ຄົງຄ້າງ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ການຂຽນຂ່າວ, ສົ່ງຂ່າວ, ການຈັດລາຍການ ທາງ ວິທະຍຸ ລວມທັງ ການພົວພັນ ປະສານງານ ແລະ ອື່ນໆ ເພື່ອແນໃສ່ໃນການ ປັບປຸງ, ພັດທະ ນາ ແລະ ຍົກລະດັບ ວຽກງານ ສື່ມວນຊົນ ຂອງແຂວງ ໃນຕໍ່ຫນ້າ ໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ, ທັນສະໄຫມ, ສາມາດດຶງດູດ ຜູ້ຟັງ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ໄດ້ຢ່າງກວ້າງຂວາງ ແລະ ມີປະສິດທິພາບ. ເຊິ່ງສະແດງອອກ ໃນ ປີ 2025 ສາມາດອອກລາຍການ ທາງ ວິທະຍຸ-ໂທລະໂຄງ ໄດ້ 4,345 ຊົວໂມງ, ໃນນີ້ ລາຍການສົດ 2,190 ຊົວໂມງ ແລະ ລາຍການອັດ 995 ຊົວໂມງ, ລາຍການພະແນກການ 494 ຊົວໂມງ, ຖ່າຍທອດພາກຂ່າວ ຈາກ ວິທະຍຸກແຫ່ງຊາດ, ກອງປະຊຸມ, ການສະເຫລີມ ສະຫລອງ ວັນສຳຄັນຕ່າງໆ ຈຳນວນຫນຶ່ງ ສົ່ງລາຍການພາກຂ່າວ ອອກທາງໂທລະໂຄ່ງຂອງບັນດາເມືອງ 312 ຄັ້ງ, ຈັດລາຍການທາງວິທະຍຸ ແຕ່ລະພາກພາສາ, ຈັດລາຍການສົດ, ອັດພາກຂ່າວ-ລາຍການ ເປັນປົກກະຕິ ໂດຍສະເພາະແມ່ນ ບັນດາລາຍການຂອງຂະແຫນງການຂັ້ນແຂວງ ແລະ ຄູ່ຮ່ວມງານ ໃນປີຜ່ານມາ ໄດ້ທັງຫມົດ 847 ຄັ້ງ ໃນນີ້ ຈັດສົດ 69 ຄັ້ງ ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນ ມີຄຳຄິດຄຳເຫັນ ແລກປ່ຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນ ຫນ້າທີ່ຄວາມຮັບຜິດຊອບ ຂອງແຕ່ລະຂະແຫນງການ, ບັນດາ ດ້ານອ່ອນ-ຂໍ້ຄົງຄ້າງ ໃນໄລຍະຜ່ານມາ ເພື່ອເຮັດໃຫ້ການເຜີຍແຜ່ ເນື້ອໃນຂ່າວ ແລະ ການຈັດລາຍການ ໃນຕໍ່ຫນ້າ ມີປະສິດທິພາບ ແລະ ໄປຕາມທິດທາງແຜນການທີ່ກຳນົດໄວ້. ກອງປະຊຸມ ຍັງໄດ້ຮັບຟັງການມີຄຳຄິດ ຄຳເຫັນ, ຊີ້ແຈ້ງ ແລະ ມີທິດຊີ້ນຳ ຈາກ ທ່ານ ລໍ ຂຸນລໍ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa