ການນຳ ແລະ ພະນັກງານຫຼັກແຫຼ່ງ ເມືອງປາກແບງ ຝຶກອົບຮົມ ວຽກງານ ໂຄສະນາ-ປາຖະກະຖາ
———-//////////———–
ໃນວັນທີ 8 ເມສາ ນີ້ ທີ່ ເມືອງປາກແບງ ໄດ້ຈັດຝຶກອົບຮົມ ວຽກງານ ໂຄສະນາ-ປາຖະກະຖາ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມມີ ທ່ານ ໄຊຍະສິນ ສຸພັນທອງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະຮັບຜິດຊອບ ຈາກຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.
ໄລຍະເວລາ 2 ວັນ ຂອງຊຸດຝຶກອົບຮົມ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນລະຍາຍ ກ່ຽວກັບພື້ນຖານຂອງ ວຽກງານ ໂຄສະນາ, ຄຸນລັກສະນະ ແລະ ສິນລະປະ ໃນການເວົ້າ, ການໂຄສະນາຜ່ານສື່, ບັນດານິຕິກຳ ແລະ ບາງບົດຮຽນໃນການເຄື່ອນໄຫວ ວຽກງານ ໂຄສະນາ ພ້ອມກັນນັ້ນ ກໍ່ຈະມີການແລກປ່ຽນປະສົບການ, ຂື້ນທົດລອງ ປາຖະກະຖາ ແຕ່ລະຂົງເຂດ ຄື: ຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຂົງເຂດປົກປ້ອງກົດໝາຍ ເພື່ອນຳໄປປັບໃຊ້ເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ມີປະສິດທິຜົນສູງ.
ໂອກາດນີ້ ທ່ານປະທານກໍ່ໄດ້ຮຽກຮ້ອງມາຍັງ ຜູ້ທີ່ເຂົ້າຮ່ວມອົບຮົມ ຈົ່ງຍົກສູງຄວາມຮັບຜິດຊອບ ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃຫ້ເລິກເຊິ່ງ ເພື່ອກໍາໃຫ້ໄດ້ເນື້ອໃນການຝຶກອົບຮົມ ແລະ ນຳໄປໝູນໃຊ້ເຂົ້າໃນການເຄື່ອນໄຫວ ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນດີ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa