ແຂວງອຸດົມໄຊ ສຳເລັດການດຳເນີນກອງປະຊຸມ ວຽກງານໂຄສະນາອົບຮົມ ແລະ ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ທົ່ວແຂວງ ປະຈໍາປີ 2023

ກອງປະຊຸມວຽກງານໂຄສະນາອົບຮົມ ແລະ ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມທົ່ວແຂວງປະຈໍາປີ 2023 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 7 ກຸມພາ 2024 ທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຂອງ ສະຫາຍ ຄໍາພຽງ ຢາຈົງວາ ຮອງເຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ວຽກງານການເມືອງ-ແນວຄິດ, ຫົວໜ້າຄະນະຮັບຜິດຊອບວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງ. ມີສະຫາຍ ມໍຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີບັນດາກໍາມະການພັກແຂວງ; ເລຂາ, ຮອງເລຂາພັກເມືອງ; ຄະນະພັກສອງກອງບັນຊາການ ປກຊ-ປກສ ແຂວງ; ເລຂາ, ຮອງເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງແຂວງ; ຫົວໜ້າຄະນະໂຄສະນາອົບຮົມເມືອງ 7 ເມືອງ ແລະ ຄະນະຮັບຜິດຊອບຕາໜ່າງເພື່ອນຮ່ວມງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງ ເຂົ້າຮ່ວມທັງໝົດ 82 ສະຫາຍ, ຍິງ 23 ສະຫາຍ.

ກອງປະຊຸມໄດ້ຜ່ານຮ່າງສະຫຼຸບຕີລາຄາວຽກງານໂຄສະນາອົບຮົມ ແລະ ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມທົ່ວແຂວງ ປະຈໍາປີ 2023, ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມທຽບໃສ່ແຜນການ, ແຜນງານ ປີ 2023 ບັນລຸເຖິງ 97,12%; ວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ກໍໄດ້ຮັບການປັບປຸງກົນໄກການຈັດຕັ້ງເຄື່ອນໄຫວມີຄວາມແທດເໝາະກັບສະພາບຄວາມເປັນຈິງຫຼາຍຂຶ້ນ ເຮັດໃຫ້ບັນດາຄຳຄິດ, ຄຳເຫັນຈາກສັງຄົມໄດ້ຮັບການຕິດຕາມ, ເກັບກຳລາຍງານຂັ້ນເທິງມີທິດເສີມຂະຫຍາຍດ້ານຕັ້ງໜ້າຢ່າງແຂງແຮງ ແລະ ນຳພາແກ້ໄຂດ້ານຫຍໍ້ທໍ້ທັນກັບສະພາບການ ປະກອບສ່ວນເຮັດໃຫ້ແຂວງອຸດົມໄຊສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ເພື່ອສືບຕໍ່ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ວຽກງານໂຄສະນາອົບຮົມແຂວງອຸດົມໄຊ ຕາມທິດກໍາແໜ້ນ 4 ເນື້ອໃນ ແລະ 4 ພັດທະນາ, ປີ 2024 ແມ່ນສຸມໃສ່ຈັດຕັ້ງປະຕິບັດ 1 ແຜນງານ, 7 ໂຄງການ, 12 ກິດຈະກຳ ແລະ ບາງວຽກງານຈຸດສຸມຈຳນວນໜຶ່ງ. ຈາກນັ້ນ ບັນດາຜູ້ແທນກອງປະຊຸມຕາງໜ້າໃຫ້ບັນດາເມືອງ ແລະ ຂະແໜງການອ້ອມຂ້າງແຂວງກໍໄດ້ປະກອບຄຳຄິດ, ຄຳເຫັນຕໍ່ 2 ຮ່າງບົດສະຫຼຸບ ແລະ ຍົກເອົາບາງບົດຮຽນໃນການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມກໍຄືວຽກງານການເມືອງ-ແນວຄິດ ໃນໄລຍະຜ່ານມາ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ.

ໂອກາດດັ່ງກ່າວ ປະທານກອງປະຊຸມ ໄດ້ມີຄຳເຫັນໂອ້ລົມ, ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນ ແລະ ຜົນສຳເລັດຂອງການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມໄລຍະຜ່ານມາ ແລະ ຮຽກຮ້ອງມາຍັງຄະນະພັກ, ຄະນະໂຄສະນາອົບຮົມແຕ່ລະຂັ້ນ, ຕາໜ່າງເພື່ອນຮ່ວມງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມແຕ່ລະບ່ອນ ໃຫ້ສືບຕໍ່ປັບປຸງບາງບັນຫາທີ່ຍັງຄົງຄ້າງ, ເພີ່ມທະວີຄວາມເອົາໃຈໃສ່ໃນການຈັດຕັ້ງເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ຕາມການມອບໝາຍຂອງຂັ້ນເທິງ ໂດຍສະເພາະແມ່ນບັນດາຄາດໝາຍ, ແຜນການວຽກງານຈຸດສຸມທີ່ໄດ້ກຳນົດໄວ້ໃນປີ 2024 ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa