ແຂວງອຸດົມໄຊ ປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 69 ປີ

ໃນຕອນເຊົ້າຂອງວັນທີ 22 ມີນາ 2024 ໄດ້ຈັດພິທີປາຖະກະຖາມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ວັນທີ 22 ມີນາ 1955-22 ມີນາ 2024 ທີ່ສະໂມສອນຂອງແຂວງຢ່າງເປັນທາງການ. ເປັນກຽດປາຖະກະຖາໂດຍ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ; ມີສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາ, ຮອງຄະນະຮາກຖານພັກ, ພະນັກງານຫຼັກແຫຼ່ງ ແລະ ສະມາຊິກອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 203 ສະຫາຍ, ຍິງ 51 ສະຫາຍ.

ເພື່ອເປັນຫວນມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານໄຊຊະນະການນຳພາຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 69 ປີຜ່ານມາ; ຕິດພັນກັບຜົນງານການນຳພາຂອງອົງຄະນະພັກແຂວງອຸດົມໃນແຕ່ລະໄລຍະ. ການກຳເນີດເກີດຂຶ້ນຂອງພັກປະຊາຊົນປະຕິວັດໃນຂະບວນການປະຕິວັດຊາດ, ບັນດາຜົນງານນໍາພາປວງຊົນລາວທັງຊາດດໍາເນີນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ຂະຫຍາຍລະບອບ ປະຊາທິປະໄຕ ປະຊາຊົນ, ກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ. ການນໍາພາພັກປະຊາຊົນປະຕິວັດລາວໄດ້ຖືເອົາຫຼັກມູນພື້ນຖານຂອງລັດທິ ມາກ-ເລນິນ ເປັນພື້ນຖານແຫ່ງແນວຄິດ ແລະ ທິດສະດີຂອງພັກ, ຖືຫຼັກການລວມສູນປະຊາທິປະໄຕຂອງພັກໃນການນໍາ,  ຖືມະຫາສາມັກຄີອັນໜຶ່ງດຽວຂອງຫະມາຊົນ ແລະ ປະຊາຊົນບັນດາເຜົ່າ. ເພື່ອນໍາພາສືບທອດພາລະກິດອັນມີກຽດສະຫງ່າຂອງພັກ. ທາດແທ້ຂອງພັກປະຊາຊົນປະຕິວັດລາວ ແມ່ນເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກຊາດ ແລະ ຂອງຊາດລາວທັງໝົດ; ຍຶດໝັ້ນລັດທິ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ຍຶດໝັ້ນອຸດົມການຂອງພັກ ແລະ ນໍາພາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ;  ສຳລັບຢູ່ແຂວງອຸດົມໄຊ ໃນຕົ້ນປີ 1945 ສະຫາຍ ຄໍາແສງ ສີວິໄລ ເຊິ່ງເປັນສະມາຊິກພັກກອມມູນິດອິດູຈີນຄົນທຳອິດຂອງລາວ ພ້ອມດ້ວຍທະຫານອາສາສະໝັກ ຫວຽດນາມ ໄດ້ລົງມາເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ແລະ ສ້າງເຂດທີ່ໝັ້ນປະຕິວັດ ຢູ່ ແຂວງອຸດົມໄຊ ເພື່ອປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ເຂົ້າຮ່ວມຂະບວນການປະຕິວັດ ເຊິ່ງສາມາດກໍ່ສ້າງ ພະນັກງານ ສະມາຊິກພັກ ທີ່ເປັນແກ່ນສານປະຕິວັດໄດ້ຈຳນວນໜຶ່ງ. ມາຮອດປີ 1962 ສູນກາງພັກ ໄດ້ຕົກລົງສ້າງຕັ້ງແຂວງອຸດົມໄຊ ແລະ ໄດ້ບົງຕົວແຕ່ງຕັ້ງ ຄະນະພັກແຂວງ ຊຸດທຳອິດຂຶ້ນ ໂດຍແມ່ນ ສະຫາຍ ບຸນທັນ ວັນນະພົນ ເປັນເລຂາພັກແຂວງ ເພື່ອນໍາພາໃນການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.

ພິທີປາຖະກະຖາດັ່ງກ່າວ ຍັງໄດ້ມອບໃບຢັ້ງຢືນໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ທົ່ວອົງຄະນະພັກແຂວງ ປະຈຳປີ 2023 ລວມຈຳນວນ 698 ໜ່ວຍພັກ, ມອບໃບຍ້ອງຍໍ ແລະ ຊົມເຊີຍ ໃຫ້ແກ່ ພະນັກງານ-ລັດຖະກອນຂັ້ນແຂວງ, ເມືອງ, ທະການ-ຕຳຫຼວດ, ພະນັກງານລັດວິສາຫະກິດ ແລະ ທະນາຄານ ທີ່ມີຜົນງານດີເດັ່ນ ປະຈຳປີ 2023 ໃນນັ້ນ ໃບຍ້ອງຍໍ ຈຳນວນ 3,256 ໃບ ແລະ ໃບຊົມເຊີຍ ຈຳນວນ 2,821 ໃບ ແລະ ມອບໃບຍ້ອງໃຫ້ແກ່ບຸກຄົນ, ກົມກອງລວມໝູ່, ພາກທຸລະກິດ, ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນດ້ານວັດຖຸແລະເງິນສົດເຂົ້າໃນການ ຈັດງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວຂອງແຂວງ ໃນນັ້ນ ມີໃບຍ້ອງຍໍ ຈຳນວນ 58 ໃບ ແລະ ໃບຊົມເຊີຍ ຈຳນວນ 86ໃບ. ເປັນກຽດມອບໂດຍແມ່ນ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ສະຫາຍ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa