ແຂວງອຸດົມໄຊ ຈັດຕັ້ງ ຫວນຄືນ 4 ວັນປະຫວັດສາດ ຂອງພັກ ຂອງຊາດ

ແຂວງອຸດົມໄຊ ຈັດຕັ້ງ ຫວນຄືນ 4 ວັນປະຫວັດສາດ ຂອງພັກ ຂອງຊາດ
ພິທີປາຖະກະຖາ 4 ວັນປະຫວັດສາດ ຄື: ວັນສ້າງຕັ້ງ ແນວລາວສ້າງຊາດ, ວັນສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026); ວັນຍຶດອຳນາດທົ່ວປະເທດ ຄົບຮອບ 81 ປີ ແລະ 51 ປີ (23 ສິງຫາ 1945 ແລະ 23 ສິງຫາ 1975-23 ສິງຫາ 2026) ແລະ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026) ໄດ້ຈັດຂຶ້ນ ທີ່ ສະໂມສອນຂອງແຂວງ ໃນວັນທີ 13 ສິງຫາ 2026 ໂດຍການປາຖະກະຖາຂອງ ທ່ານ ນາງ ມະນີຈັນ ວິໄລຈິດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.

ເມື່ອຫວນຄືນ ກ່ອນນີ້ 76 ປີ ຄື: ວັນທີ 13 ສິງຫາ 1950 ໃນກອງປະຊຸມໃຫຍ່ຜູ້ແທນແນວລາວ ຕໍ່ຕ້ານທົ່ວປະເທດທີ່ມີຜູ້ແທນເຂົ້າຮ່ວມ ທັງໝົດ 105 ທ່ານ. ໂດຍແມ່ນ ສະເດັດ ເຈົ້າສຸພານຸວົງ ເປັນປະທານແນວລາວອິດສະຫລະ. ຈາກຜົນງານການເຄື່ອນໄຫວຂອງແນວລາວອິດສະຫລະ ໃນການເປີດກວ້າງແນວໂຮມເອກະພາບແຫ່ງຊາດ, ໃນກອງປະຊຸມໃຫຍ່ແນວລາວອິດສະຫລະ ສະໄໝທີ II (6-9 ມັງກອນ 1956); ໄດ້ປ່ຽນຊື່ ແນວລາວອິດສະຫລະ ມາເປັນແນວລາວຮັກຊາດ ແລະ ກອງປະຊຸມໃຫຍ່ ແນວລາວຮັກຊາດ ສະໄໝທີ IV (16-20 ກຸມພາ 1979); ແນວລາວຮັກຊາດ ກໍໄດ້ປ່ຽນຊື່ເປັນ ແນວລາວສ້າງຊາດ ຮອດປັດຈຸບັນ. ພ້ອມປຸກລະດົມໃຫ້ຊາວຕ່າງດ້າວ, ຊາວຕ່າງປະເທດ ທີ່ດໍາລົງຊີວິດທຳມາຫາກິນ ແລະ ປະຕິບັດໜ້າທີ່ ຢູ່ ສປປ ລາວ ໃຫ້ຮັບຮູ້, ເຂົ້າໃຈ ແລະ ເຄົາລົບລະບຽບ, ກົດໝາຍ, ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງລາວ ແລະ ມີຄວາມສາມັກຄີ ກັບ ປະຊາຊົນລາວບັນດາເຜົ່າ. ພ້ອມທັງຍົກໃຫ້ເຫັນມູນເຊື້ອຄວາມເປັນມາຂອງ ວັນປະຫວັດສາດ ການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ໃນແຕ່ລະໄລຍະ ເຊັ່ນ: ໄລຍະການຕໍ່ສູ້ກູ້ຊາດ, ໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຂອງ ສື່ມວນຊົນລາວ, ນັບແຕ່ມື້ສ້າງຕັ້ງ ໃນປີ 1950 ເປັນຕົ້ນມາ, ສື່ມວນຊົນລາວໄດ້ເຮັດໜ້າທີ່ເປັນເສນາທິການອັນແຫຼມຄົມ, ເປັນກະບອກສຽງທີ່ໄວ້ເນື້ອ ເຊື່ອໃຈ ຂອງພັກ-ລັດ, ແລະ ເປັນເວທີແລກປ່ຽນຄໍາຄິດເຫັນຂອງປະຊາຊົນບັນດາເຜົ່າ.
ຕະຫຼອດໄລຍະ 76 ປີ ທີ່ຜ່ານມາ, ຂະແໜງການສື່ມວນຊົນ ແລະ ພິມຈຳໜ່າຍ ໄດ້ຜ່ານຜ່າອຸປະສັກ ແລະ ການປ່ຽນແປງຫຼາຍຍຸກຫຼາຍສະໄໝ. ຈາກການນໍາໃຊ້ເຄື່ອງພິມດີດ ແລະ ສື່ສານແບບດັ່ງເດີມ ກ້າວເຕີບໃຫຍ່ຂຶ້ນສູ່ ຍຸກ ດິຈິຕອນ ທີ່ນໍາໃຊ້ເຕັກໂນໂລຊີທັນສະໄໝ ເພື່ອສົ່ງຂໍ້ມູນຂ່າວສານທີ່ຖືກຕ້ອງ, ວ່ອງໄວ, ແລະ ທັນເຫດການ ໃຫ້ແກ່ ສັງຄົມ. ສື່ມວນຊົນລາວ ເຮັດໜ້າທີ່ເຜີຍແຜ່ ຂໍ້ມູນຂ່າວສານ “ຍູ້ແຮງພາລະກິດພັດທະນາປະເທດຊາດ ແລະ ສ້າງສັນວັດທະນະທຳໃຫມ່” ໂດຍການສຶກສາອົບຮົມ, ປຸກຈິດສໍານຶກ ຄວາມຮັກຊາດ ແລະ ສົ່ງເສີມຄວາມສາມັກຄີປວງຊົນ, ການຍຶດອຳນາດ ເດືອນ ສິງຫາ 1945 ຈົນເຖິງການຍຶດອໍານາດ ໃນວັນ 23 ສິງຫາ 1975 ໃນແຕ່ລະໄລຍະ ເຊິ່ງມີຄວາມໝາຍ ຄວາມສໍາຄັນຫຼາຍສໍາລັບປະຊາຊົນລາວທັງຊາດ ເພາະວ່າ ໄຊຊະນະດັ່ງກ່າວ ມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ. ມັນແມ່ນໄຊຊະນະຂອງກໍາລັງແຮງແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າທີ່ໄດ້ຄຽງບ່າຄຽງໄຫຼ່ກັນ ຕ້ານສັດຕູ ຕະຫຼອດໄລຍະການປະຕິວັດ ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄື ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ. ພ້ອມທັງຍົກໃຫ້ເຫັນ ວັນລັດຖະທຳມະນູນ ເປັນກົດໝາຍພື້ນຖານຂອງຊາດ, ການປະກາດໃຊ້ລັດຖະທໍາມະນູນ ເປັນເຫດການເມືອງທີ່ສໍາຄັນຂອງຊາດ, ທັງເປັນຂີດໝາຍໃໝ່ແຫ່ງການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍເທື່ອລະກ້າວ, ແນໃສ່ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ສ້າງສິ່ງອໍານວຍຊຸກຍູ້ ໃຫ້ເສດຖະກິດຂະຫຍາຍຕົວໄປຕາມເສັ້ນທາງສັງຄົມນິຍົມ ທີ່ພັກເຮົາໄດ້ກໍານົດໄວ້.
ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ຄົນລຸ້ນຫຼັງໄດ້ຮຽນຮູ້ ແລະ ສືບທອດ ມູນເຊື້ອອັນດີງາມຂອງບັນພະບູລຸດ ອາດີດຜູ້ນຳທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ເຖິງປະຫວັດມູນເຊື້ອ ຄວາມເປັນມາ ເພື່ອພ້ອມກັນຄົ້ນຄ້ວາ ຮ່ຳຮຽນ ນຳເອົາໄປເປັນບົດຮຽນ ແລະ ປະກອບສ່ວນເຂົ້າໃນວຽກງານ, ການປະຕິບັດໜ້າທີ່ຍຸດທະສາດ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa