ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ວຽກງານໂຄສະນາອົບຮົມຢູ່ 3 ໃຕ້

 

 

           

          ເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມ ຫັນເຂົ້າສູ່ຄຸນນະພາບໃໝ່, ທ່ວງທັນກັບສະພາບການໃນການເປັນເຈົ້າການເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍ ບັນດາມະຕິ, ຄໍາສັ່ງ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໂດຍສະເພາະແມ່ນການຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ມະຕິກອງປະຊຸມ ຄົບຄະນະກາງສະໄໝຂອງຄະນະບໍລິຫງານງານພັກແຂວງ ສະໄໝທີ IX ແລະ ເອກະສານການເມືອງ – ແນວຄິດ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

         ມາໃນວັນທີ 16-17 ພະຈິກ 2023 ທ່ານ ສາຍດໍາ ໃຈຫຼ້າ ກໍາມະການໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ນໍາພາທິມງານຈາກຄະນະໂຄສະນາອົບຮົມແຂວງ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ. ໂດຍການລົງເຮັດວຽກຄັ້ງນີ້ ທາງທິມງານເຂົ້າພົບການນໍາຂອງເມືອງ ເພື່ອສະເໜີຈຸດປະສົງຂອງການລົງເຮັດວຽກ ແລະ ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມຂອງເມືອງໃນໄລຍະຜ່ານມາ. ຈາກນັ້ນ; ກໍ່ໄດ້ເຂົ້າເຮັດວຽກນໍາຄະນະໂຄສະນາອົບຮົມເມືອງ ເພື່ອຮັບຟັງການລາຍງານຜົນສໍາເລັດການຈັດ ຕັ້ງປະຕິບັດວຽກງານໂຄສະນາອົບຮົມຂອງເມືອງໃນໄລຍະ 10 ເດືອນ ຜ່ານມາ ເປັນຕົ້ນແມ່ນດ້ານດີ, ຜົນງານທີ່ຍາດມາໄດ້, ດ້ານອ່ອນ – ຂໍ້ຄົງຄ້າງ ພ້ອມທັງມີການແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນທາງດ້ານວິຊາສະເພາະ ເພື່ອເຜີຍແຜ່ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ນິຕິກໍາຕ່າງໆຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ທົ່ວເຖິງຮອດຂັ້ນຮາກຖານບ້ານຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa