ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງອຸດົມໄຊ ລົງຊຸກຍູ້ວຽກງານການເມືອງ-ແນວຄິດ ຢູ່ອົງການໄອຍະການປະຊາຊົນແຂວງ


ເພື່ອຕິດຕາມ, ຊຸກຍູ້ການຈັດຕັ້ງເຄື່ອນໄຫວວຽກງານການເມືອງ-ແນວຄິດ ຢູ່ບັນດາຮາກຖານພັກອ້ອມຂ້າງແຂວງ ໂດຍສະເພາະແມ່ນວຽກງານໂຄສະນາ, ວຽກງານອົບຮົມ ແລະ ວຽກງານຫາງສຽງສັງຄົມ ແນໃສ່ເກັບກຳຂໍ້ມູນໃຫ້ແກ່ການກະກຽມດຳເນີນກອງປະຊຸມວຽກງານໂຄສະນາອົບຮົມ ແລະ ວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມທົ່ວແຂວງ ປະຈຳປີ 2023, ທັງເປັນການປັບປຸງ ແລະ ຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃຫ້ຫັນເຂົ້າສູ່ຄຸນນະພາບໃໝ່ເທື່ອລະກ້າວ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ດັ່ງນັ້ນ, ວັນທີ 07 ທັນວາ 2023 ທ່ານ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ນໍາພາທິມງານລົງເຄື່ອນໄຫວເຮັດວຽກຢູ່ອົງການໄອຍະການປະຊາຊົນແຂວງ.

  ການລົງເຄື່ອນໄຫວເຮັດວຽກຄັ້ງນີ້ ຄະນະທີມງານໄດ້ເຂົ້າພົບຄະນະພັກ-ຄະນະນຳຂອງແຕ່ລະພາກສ່ວນເພື່ອຮັບຟັງການລາຍງານສະພາບການຈັດຕັ້ງເຄື່ອນໄຫວວຽກງານການເມືອງ-ແນວຄິດ ໃນໄລຍະ 11 ເດືອນຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງໂຄສະນາ-ປາຖະກະຖາບັນດາມູນເຊື້ອຂອງຊາດ, ຂອງພັກ, ຂອງທ່ານຜູ້ນໍາ; ການເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ, ແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ; ການຕິດຕາມ, ເກັບກໍາ ແລະ ນຳພາແກ້ໄຂສະພາບແນວຄິດ-ຫາງສຽງສັງຄົມ; ພ້ອມທັງມີຄໍາຄິດຄໍາເຫັນແລກປ່ຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເຮັດໃຫ້ການເຄື່ອນໄຫວເຮັດວຽກໃນຄັ້ງນີ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa