ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງໄຊ

ເພື່ອຕິດຕາມ, ຊຸກຍູ້ການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມຢູ່ບັນດາເມືອງ ແນໃສ່ປັບປຸງ ແລະ ຍົກສູງຄຸນນະພາບວຽກງານ ໃຫ້ຫັນເຂົ້າສູ່ຄຸນນະພາບໃໝ່ເທື່ອລະກ້າວ ເປັນຕົ້ນແມ່ນການປັບປຸງຮູບການ, ວິທີການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໄໝ່. ດັ່ງນັ້ນ, ໃນຕອນບ່າຍຂອງວັນທີ 07 ທັນວາ 2023 ຄະນະໂຄສະນາອົບຮົມແຂວງ ນຳພາໂດຍ ທ່ານ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານກຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໄຊ.

       ການລົງເຮັດວຽກຄັ້ງນີ້ທາງທິມງານເຂົ້າພົບການນໍາຂອງເມືອງ ເພື່ອສະເໜີຈຸດປະສົງຂອງການລົງເຮັດວຽກ ແລະ ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມຂອງເມືອງໃນໄລຍະຜ່ານມາ.ຈາກນັ້ນ; ກໍໄດ້ເຂົ້າເຮັດວຽກນໍາຄະນະໂຄສະນາອົບຮົມເມືອງ ເພື່ອຮັບຟັງການລາຍງານຜົນສໍາເລັດການຈັດ ຕັ້ງປະຕິບັດວຽກງານໂຄສະນາອົບຮົມຂອງເມືອງໃນໄລຍະ 11 ເດືອນ ປີ 2023 ຜ່ານມາ ເປັນຕົ້ນແມ່ນດ້ານດີ, ຜົນງານທີ່ຍາດມາໄດ້, ດ້ານອ່ອນ-ຂໍ້ຄົງຄ້າງ ຫຼັງຈາກນັ້ນກໍ່ມີການແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນທາງດ້ານທາງດ້ານວິຊາການ ໂດຍສະເພາະແມ່ນວຽກງານໂຄສະນາ-ປາຖະກະຖາ, ວຽກງານອົບຮົມ, ວຽກງານສັງລວມ ແລະ ຂໍ້ມູນຂ່າວສານ ແລະ ວຽກງານບໍລິຫານຫ້ອງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa