ສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ຈັດພິທີສະຫຼຸບບັ້ນຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2023 ແລະ ເປີດບັ້ນຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2024

           ໃນຕອນບ່າຍຂອງວັນທີ 31 ຕຸລາ 2023 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ, ສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີສະຫຼຸບບັ້ນຂໍ້ແຂ່ງຂັ້ນ 3 ດີ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງທ່ານ ນາງ ກົງຈັນ ໄພມະນີ ຫົວໜ້າສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມໂດຍທ່ານ ປອ ນາງ  ວຽງມະລີ ສຸລິໄຊ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ແລະ ທ່ານ ສາຍດໍາ ໃຈຫຼ້າ ກຳມະການໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມແຂວງ, ມີແຂກເຊີນມາຈາກສະຫະພັນແມ່ຍິງໜ່ວຍອ້ອມຂ້າງ, ຕາງໜ້າອົງການຈັດຕັ້ງກຳມະບານ, ຊາວໜຸ່ມ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍເຂົ້າຮ່ວມ.

         ກອງປະຊຸມໄດ້ຜ່ານ ແລະ ຮັບຮອງເອົາຮ່າງບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024; ໂດຍຍົກໃຫ້ເຫັນເຖິງສະພາບຈຸດພິເສດຂອງໜ່ວຍ, ການນຳພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຕາມ 4 ບາດກ້າວ; ເຊິ່ງສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍໄດ້ຮັບການປະເມີນເປັນສະມາຊິກສະຫະພັນແມ່ຍິງ 3 ດີ ກວມ 100% ແລະ ສະຫະພັນແມ່ຍິງໜ່ວຍຄະນະໂຄສະນາອົບຮົມແຂວງໄດ້ຮັບໃບຢັ້ງຢືນເປັນສະຫະພັນແມ່ຍິງໜ່ວຍ 3 ດີຕິດຕໍ່ກັນເປັນປີທີ 8; ພ້ອມກັນນັ້ນສະມາຊິກພາຍໃນໜ່ວຍກໍໄດ້ຂຶ້ນຈັບມືແຂ່ງຂັນກັນປະຕິບັດແຜນການປະຈຳປີ 2024 ທີ່ໄດ້ຮັບຮອງໂດຍສູ້ຊົນສ້າງສະມາຊິກສະຫະພັນແມ່ຍິງໃຫ້ເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີໃຫ້ກວມເອົາ 90% ຂຶ້ນໄປ.

         ໂອກາດດັ່ງກ່າວ ທ່ານ ປອ ນາງ ວຽງມະລີ ສຸລິໄຊ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍທ່ານ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ສະຫະພັນແມ່ຍິງໜ່ວຍຄະນະໂຄສະນາອົບຮົມແຂວງສາມາດຍາດມາໄດ້ຕະຫຼອດໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ສະມາຊິກສະຫະພັນແມ່ຍິງທຸກສະຫາຍສືບຕໍ່ເອົາໃຈໃສ່ເສີມຂະຫຍາຍດ້ານທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂດ້ານທີ່ຍັງຄົງຄ້າງ ເພື່ອບຸກບືນພັດທະນາຕົນເອງໃຫ້ຮັກສາມູນເຊື້ອສະມາຊິກສະຫະພັນແມ່ຍິງ 3 ດີ ແລະ ຮັບຮອງເປັນສະຫະພັນແມ່ຍິງໜ່ວຍ 3 ດີໃນປີຕໍ່ໄປ ແນໃສ່ເສີມຂະຫຍາຍບົດບາດແມ່ຍິງລາວໃນສັງຄົມໃຫ້ຫຼາຍຂຶ້ນເທື່ອລະກ້າວ. 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa