ພິທີຮັບຮອງປະກາດໜ່ວຍ 4 ບຸກ ແລະ ທຸງໄຊໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ

          ພິທີຮັບຮອງໜ່ວຍ 4 ບຸກ ແລະ ທຸງໄຊນໍາໜ້າ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ພະຈິກ 2023 ໂດຍການເປັນປະທານ ຂອງສະຫາຍ ບຸນເສີນ ເຍືອນຂວັນພະຈັນ ເລຂາໜ່ວຍຊາວໜຸ່ມຮາກຖານຄະນະໂຄສະນາອົບຮົມແຂວງ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ມໍຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີສະຫາຍ ຄໍາຈັນ ວ່າບົວແສງ ຄະນະບໍລິຫານງານຊາວໜຸ່ມປະຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ມີແຂກເຊີນຕາງໜ້າຈາກເລຂາ, ຄະນະໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມພາຍໃນຮາກຖານເຂົ້າຮ່ວມ.

         ກອງປະຊຸມໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໄລຍະ 3 ປີ 2020 – 2022,ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈໍາປີ 2023 ແລະ ທິດທາງແຜນການ 2024 ຂອງຄະນະຊາວໜຸ່ມໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ ເຊິ່ງໃນໄລຍະ 3 ປີຜ່ານມາ ໜ່ວຍຊາວໜຸ່ມຮາກຖານສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຄື: ບຸກທາງດ້ານແນວຄິດ ໄດ້ສຶກສາອົບຮົມການເມືອງ – ແນວຄິດໃຫ້ສະມາຊິກຊາວໜຸ່ມ ໂດຍການນໍາເອົາເອກະສານ, ນິຕິກໍາທີ່ກ່ຽວຂ້ອງມາຈັດຕັ້ງເຊື່ອມຊຶມ, ບຸກດ້ານການຝຶກຝົນຫຼໍ່ຫຼອມ – ຮໍ່າຮຽນ: ສະມາຊິກຊາວໜຸ່ມ ແຕ່ລະສະຫາຍມີຄວາມຫ້າວຫັນຕໍ່ການພັດທະນາຕົນເອງ ດ້ວຍການຄົ້ນຄວ້າຮໍ່າຮຽນ ເຮັດໃຫ້ສະມາຊິກຊາວໜຸ່ມມີຄວາມຮູ້, ຄວາມສາມາດ ແລະ ຄວາມຊໍານານງານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ; ບຸກດ້ານ​​ການຈັດຕັ້ງ ຄະນະຊາວໜຸ່ມໜ່ວຍຮາຖານ ໄດ້ນຳພາສະມາຊິກຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ຕິດພັນກັບການຈັດຕັ້ງເຜີຍແຜ່ເອກະສານຕ່າງໆທີ່ກ່ຽວຂ້ອງ ໃຫ້ສະມາຊິກໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ, ມີຄວາມເປັນເອກະພາບຕໍ່ແນວທາງແຜນນະໂຍບາຍຂອງພັກ – ລັດ ໃນແຕ່ລະໄລຍະ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດວຽກງານຂະບວນການຕ່າງໆ ເຊັ່ນ: ຂະບວນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຢູ່ໃນກົມກອງ, ຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຊາວໜຸ່ມ ແລະ ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ; ວຽກງານວິຊາສະເພາະ ໄດ້ເປັນກໍາລັງແຮງໃຫ້ແກ່ຄະນະພັກ – ຄະນະນໍາ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຢູ່ບັນດາຂະແໜງພາຍໃນຄະນະໂຄສະນາອົບຮົມແຂວງ ເຊິ່ງໄດ້ຮັບຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ. ນອກນັ້ນຍັງໄດ້ຊຸກຍູ້ສະມາຊິກ ​​ສ້າງເສດຖະກິດຄອບຄົວ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ບົນພື້ນຖານຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ. ຜ່ານການຈັດຕັ້ງແຕ່ລະດ້ານສາມາດຕີລາຄາໄດ້ 9,29%.

        ໂອກາດດັ່ງກ່າວ ສະຫາຍ ຄໍາຈັນ ວ່າບົວແສງ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານ ທີ່ຮາກຖານໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງຍາດໄດ້ໃນໄລຍະຜ່ານມາ  ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ຈັດຕັ້ງປະຕິບັດພາລະບົດບາດ, ສິດໜ້າທີ່ວິຊາສະເພາະທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນດ້ານການເມືອງ – ແນວຄິດ, ຄຸນສົມບັດສິນທໍາປະຕິວັດ ໃຫ້ສະມາຊິກພາຍໃນ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ ແລະ ເປັນເຈົ້າກ້ນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບຂະບວນການວຽກງານຕົວຈິ່ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa