ປະດັບ ຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ ພະນັກງານ – ລັດຖະກອນ ແລະ ພະນັກງານບຳນານ ຂອງ ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ

ປະດັບ ຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ ພະນັກງານ – ລັດຖະກອນ ແລະ ພະນັກງານບຳນານ ຂອງ ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ
ວັນທີ 6 ສິງຫາ 2026 ທີ່ ຫ້ອງປະຊຸມຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ໄດ້ຈັດພິທີ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ແກ່ ພະນັກງານ-ລັດຖະກອນ ແລະ ພະນັກງານບຳນານ ຂອງ ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ໂດຍການປະທານຂອງ ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີອະດີດການນໍາ, ພະນັກງານບຳນານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຕະຫຼອດຮອດ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ເພື່ອລະນຶກເຖິງຜົນງານ, ຄຸນງາມຄວາມດີ ຂອງ ພະນັກງານ-ລັດຖະກອນ, ພະນັກງານບຳນານ ຂອງ ຄະນະໂຄສະນາອົບຮົມແຂວງ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແຂວງອຸດົມໄຊ ກໍ່ຄື ວຽກງານໂຄສະນາອົບຮົມ ແລະ ວຽກງານສື່ມວນຊົນ ຕະຫຼອດໄລຍະຜ່ານມາ. ໂດຍປະຕິບັດຕາມລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ ພະນັກງານ-ລັດຖະກອນ ປະຈຳການ ແລະ ບຳນານ ຂອງ ແຂວງອຸດົມໄຊ ທັງໝົດ 7,868 ທ່ານ, ຍິງ 1,660 ທ່ານ ໃນນີ້ ພະນັກງານ-ລັດຖະກອນ ປະຈຳການ ຈໍານວນ 4,276 ທ່ານ, ຍິງ 1,261 ທ່ານ; ພະນັກງານ-ລັດຖະກອນ ບຳນານ ຈໍານວນ 1,411 ທ່ານ, ຍິງ 249 ທ່ານ; ນັກທຸລະກິດ, ຜູ້ປະກອບການ ຈຳນວນ 2,181 ທ່ານ, ຍິງ 150 ທ່ານ. ໃນນີ້ ມີພະນັກງານ-ລັດຖະກອນ ແລະ ພະນັກງານບຳນານ ຂອງ ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ໄດ້ຮັບການ ປະດັບຫຼຽນກາລະນຶກ 50 ປີ ທັງໝົດ 39 ທ່ານ, ຍິງ 13 ທ່ານ; ມີພະນັກງານທີ່ປະຈຳການປົກກະຕິ ຈໍານວນ 22 ທ່ານ, ຍິງ 8 ທ່ານ ແລະ ພະນັກງານບຳນານ ຈໍານວນ 17 ທ່ານ, ຍິງ 5 ທ່ານ; ໃຫ້ກຽດຂຶ້ນປະດັບຫຼຽນ ໂດຍ ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຢ່າງສົມກຽດ.
ການປະດັບຫຼຽນ ເປັນການຫວນຄືນວັນມະຫາໄຊ, ໄຊຊະນະ, ຈິດວິນຍານການປະຕິວັດຊາດ, ປະຊາທິປະໄຕ, ລະນຶກເຖິງ ຜົນງານ ແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງ ປະທານ ໄກສອນ ພົມວິຫານ, ປະທານສຸພານຸວົງ, ບັນດາຜູ້ນໍາ, ນັກຮົບປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດ ໃຫ້ແກ່ ການປະຕິວັດຊາດ ຢ່າງພິລະອາດຫານ ຈົນສາມາດຍາດໄດ້ ເອກະລາດແຫ່ງຊາດ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa