ຊາວໜຸ່ມ 2 ອົງການຈັດຕັ້ງພັກ ປາຖະກະຖາມູນເຊື້ອວັນສ້າງຕັ້ງ ຄະນະຊາວໜຸ່ນ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ

ໃນຕອນເຊົ້າຂອງວັນທີ 11 ເມສາ 2024 ຄະນະຊາວໜຸ່ມໜ່ວຍຮາກຖານ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະຈັດຕັ້ງແຂວງ ໄດ້ຈັດຕັ້ງພິທີປາຖະກະຖາມູນເຊື້ອວັນສ້າງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ ທີ່ຫ້ອງປະຊຸມຄະນະຈັດຕັ້ງແຂວງ ໂດຍການເປັນປະທານ ຂອງສະຫາຍ ບຸນເສີນ ເຍືອນຂວັນພະຈັນ ເລຂາຄະນະຊາວໜຸ່ມໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ ມີສະຫາຍ ຈັນດີ ຈົ່ງເຢຍຖໍ ເລຂາຄະນະຊາວໜຸ່ມ ໜ່ວຍຮາກຖານຄະນະຈັດຕັ້ງແຂວງ, ມີຮອງເລຂາ, ຄະນະຊາວໜຸ່ມໜ່ວຍຮາກຖານ ພ້ອມດ້ວຍສະມາຊິກຊາວໜຸ່ມ 2 ອົງການເຂົ້າຮ່ວມຢ່າງພ້ອມພຽງ.

ເພື່ອຫວນຄືນມູນເຊື້ອແຫ່ງການຕໍ່ສູ້ຢ່າງພິລະອາດຫານ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ຂອງຊາວໜຸ່ມລາວແຕ່ລະຮຸ່ນ ພາຍໃຕ້ແສງສະຫວ່າງຂອງພັກກອມມູນິດອິນດູຈີນ ກໍ່ຄືການນໍາພາຂອງພັກປະຊາຊົນປະຕິວັດລາວ ທີ່ປິຊາສາມາດ, ສະຫຼາດສ່ອງໃສ ສາມາດນໍາພາຊາວໜຸ່ມເຮັດສໍາເລັດພາລະກິດປົດປ່ອຍຊາດ ສາຖາປະນາ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975. ນອກນັ້ນປະທານກອງປະຊຸມຍັງຊີ້ໃຫ້ເຫັນແນວທາງການປ່ຽນແປງໃໝ່ຂອງພັກ ໂດຍສະເພາະແມ່ນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນໍາພາປະເທດຊາດຫຼຸດພົ້ນອອກຈາກປະເທດດອຍພັດທະນາ ກ້າວສູ່ປະເທດສັງຄົມນິຍົມຢ່າງໜັກແໜ້ນນັ້ນ ແມ່ນຮຽກຮ້ອງໃຫ້ຊາວໜຸ່ມປະຊາຊົນປະຕິວັດລາວ ຕ້ອງຖືເອົາ 4 ຄຸນລັກສະນະຂອງຊາວໜຸ່ມລາວຍຸກໃໝ່ເປັນແນວທາງປະຕິບັດເຊັ່ນ: ຊາວໜຸ່ມລາວຕ້ອງມີນໍ້າໃຈຮັກຊາດອັນດູດດຶມ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ; ມີຄວາມສາມັກຄີແໜ້ນແຟນ, ຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ມີຄວາມດຸໝັ່ນ ອົດທົນ ຫ້າວຫັນ ຟົດຟື້ນ, ດຳລົງຊີວິດດ້ວຍຄວາມປອດໃສ ຂາວສະອາດ; ມີມານະຈິດຟົດຟື້ນປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຝຶກຝົນຫຼໍ່ລອມຕົນເອງໃຫ້ມີຄວາມຮູ້ ແລະ ຄວາມສາມາດ, ເກັ່ງກ້າ, ອົງອາດປະຈັນບານ ກ້ຽມພ້ອມຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນຢ່າງສຸດໃຈ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa