ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມວຽກງານກວດກາພັກ-ລັດ ປະຈໍາປີ 2023

 

         ກອງປະຊຸມວຽກງານກວດກາພັກ-ລັດ ປະຈໍາປີ 2023 ຂອງຄະນະໂຄສະນາອົບຮົມແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 10 ມັງກອນ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ຢ່າງເປັນທາງການ.  ໂດຍການເປັນປະທານ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 5 ສະຫາຍ.

          ກອງປະຊຸມໄດ້ຜ່ານ ແລະ ຮັບຮອງຮ່າງບົດສະຫຼູບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ ປະຈຳປີ 2023 ເຊິ່ງໃນໄລຍະຜ່ານມາຄະນະກວດກາພັກ-ລັດ ຂອງຄະນະໂຄສະນາອົບຮົມແຂວງ ໄດ້ເຄື່ອນ​ໄຫວວຽກງານ ກວດກາ​ຕາມ 5 ໜ້າທີ ແລະ 3 ສິດຂອງຄະນະກວດກາພັກ ສາມາດຍາດໄດ້ຜົນສຳເລັດໃນຫຼານດ້ານ ເປັນຕົ້ນ: ດ້ານ ການເມືອງ-ແນວຄິດ ໄດ້ນໍາເອົາບັນດາມະຕິ, ຄຳສັ່ງ, ດຳລັດ, ຄຳແນະນໍາ ແລະ ມູນເຊື້ອສຳຄັນຂອງຊາດ, ຂອງພັກ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ປາຖະກະຖາໃຫ້ແກ່ສະມາຊິກພັກ-ພະນັກງານ ພາຍໃນຄວາມຮັບຜິດຊອບ ໄດ້ຢ່າງຄົບຖ້ວນ. ດ້ານແບບແຜນນໍາພາ-ວິທີເຮັດວຽກ ແມ່ນປະຕິບັດຕາມຫຼັກການລວມສູນປະຊາທິປະໄຕພາຍໃນໝູ່ຄະນະເປັນຢ່າງດີ, ເຮັດວຽກແມ່ນມີແຜນການ, ແຜນງານຈະແຈ້ງ, ມີການຕິດຕາມ, ກວດກາ ແລະ ສະຫຼຸບລາຍງານຂັ້ນເທິງເປັນປົກກະຕິ ແລະ ມີການຮ່ວມຊີວິດພາຍໃນຄະນະພັກ ແລະ ພາຍໃນໜ່ວຍພັກຕາມກົດລະບຽບພັກຢ່າງເຂັ້ມງວດ. ວຽກງານປັບປຸ່ງ, ກໍ່ສ້າງ ແລະ ຂະຫຍາຍພັກ ຄະນະພັກໄດ້ຖືສຳຄັນວຽກງານປັບປຸງ, ກໍ່ສ້າງພັກຕິດພັນກັບວຽກງານຂະຫຍາຍພັກ ເຮັດໃຫ້ໜ່ວຍພັກ ແລະ ສະມາຊິກພັກເຄື່ອນໄຫວຖືກຕ້ອງຕາມແນວທາງແຜນນະໂຍບາຍ ແລະ ກົດລະບຽບຂອງພັກ ເປັນຕົ້ນແມ່ນການນຳພາດຳເນີນຊີວິກການເມືອງໄລຍະ 6 ເດືອນຕົ້ນປີ ແລະ ປະຈຳປີ 2023 ສາມາດຈັດປະເພດສະມາຊິກພັກແຂງ ກວມ 100% ແລະ ສະເໜີຂັ້ນເທິງຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023; ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ 3 ສະຫາຍ, ຍິງ 1 ສະຫາຍ; ສະມາຊິກພັກບໍ່ມີສະຫາຍໃດຖືກປະຕິບັດວິໄນ ແລະ ພາຍໃນພັກມີຄວາມສາມັກຄີເປັນເອກະພາບ ແລະ ມີຄວາມສະຫງົບດີ.  ການນໍາໃຊ້ເງິນບໍຳລຸງຂອງພັກຖືກຕ້ອງຕາມລະບຽບການ. ວຽກງານປັບປຸງການຈັດຕັ້ງ ແລະ ວຽກງານກໍ່ສ້າງພະນັກງານ ແມ່ນສໍາເລັດການປັບປຸງພາລະບົດບາດ, ກໍານົດຕໍາແໜ່ງງານຄືນໃໝ່; ປັບປຸງການຈັດຕັ້ງຂັ້ນຂະແໜງຖືກຕ້ອງຕາມເນື້ອໃນ, ຂັ້ນຕອນ, ລະບຽບການ ແລະ ສົ່ງພະນັກງານ-ສະມາຊິກພັກ ໄປຄົ້ນຄວ້າປະລິນຍາເອກສາຍການເມືອງຢູ່ ສສ ຫວຽດນາມ 1 ສະຫາຍ, ບໍາລຸງກົດໝາຍ 45 ວັນ 1 ສະຫາຍ, ຝຶກອົບຮົມວຽກງານໂຄສະນາໄລຍະສັ້ນພາຍໃນ 5 ສະຫາຍ, ຍິງ 2 ສະຫາຍ, ບໍາລຸງທິດສະດີ-ແນວທາງ 5 ສະ ຫາຍ, ຍິງ 1 ສະຫາຍ ແລະ ນໍາສົ່ງໄປຝຶກອົບຮົມວຽກງານວິຊາສະເພາະອື່ນໆ. ບັນດາອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ໄດ້ມີການເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ນໍາພາຮ່ວມຊີວິດການເມືອງ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຂອງຕົນປະຈໍາປີ 2023 ປະເມີນບັນລຸ 100%. ຄະນະພັກ-ຄະນະນໍາໄດ້ປະຕິບັດນະໂຍບາຍຕໍ່ສະມາຊິກພັກ, ພະນັກງານ-ລັດຖະກອນຕາມລະບຽບການ ເປັນຕົ້ນນະໂຍບາຍອອກຮັບອຸດໜູນບໍານານ, ເລື່ອນຊັ້ນ-ຂັ້ນເງິນເດືອນ, ລາພັກເກີດລູກ-ລາພັກ ປະຈໍາປີ ແລະ ຊຸກຍູ້ສະມາຊິກພັກ-ພະນັກງານ ສ້າງເສດຖະກິດຄອບຄົວຕາມທ່າແຮງ ແລະ ເງື່ອນໄຂເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ. ພົບປະແລກປ່ຽນບົດ ຮຽນກັບຄະນະຜູ້ແທນຄະນະໂຄສະນາສຶກສາພັກແຂວງເຊີນລາ ແລະ ແຂວງດຽນບຽນ ສສ ຫວຽດນາມ ຕາມແນວທາງການພົວພັນຮ່ວມມືກັບຕ່າງປະເທດ ໄດ້ 2 ຄັ້ງ. ວຽກງານລັດ: ຄະນະໂຄສະນາອົບຮົມແຂວງ ໄດ້ປະຕິບັດພາລະບົດບາດຕາມມະຕິຕົກລົງ ຂອງຄະນະບໍລິຫານງານພັກແຂວງ ສະບັບເລກທີ 1498/ຄບພຂ ລົງວັນທີ 15 ທັນວາ 2022 ແລະ ກຳນົດຕຳແໜ່ງງານສະບັບປັບປຸງ ເຫັນວ່າໄລຍະປີ 2023 ບັນລຸ 97,12%, ໃນນີ້ຂະແໜງບໍລິຫານ ປະຕິບັດໄດ້  96,44%; ຂະແໜງໂຄສະນາ ປະຕິບັດໄດ້  89,05%; ຂະແໜງອົບຮົມ ປະຕິບັດໄດ້ 100% ແລະ ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານປະຕິບັດໄດ້ 103%, ເກີນແຜນ 3%.

          ຕອນທ້າຍປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ເພີ່ມທະວີໃນການຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ ໃຫ້ເລິກເຊິ່ງກວ່າເກົ່າ, ແນໃສ່ສ້າງພະນັກງານໂຄສະນາອົບຮົມໃຫ້ມີຄຸນທາກການເມືອງ, ຄຸນສົມບັດສິນທຳປະຕິບັດດີ, ເປັນແບບຢ່າງນຳໜ້າໃນການຈັດຕັ້ງຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ, ກົດລະບຽບພັກ ແລະ ລະບຽບກົດໝາຍຂອງລັດ ໂດຍສະເພາະແມ່ນການເປັນເສນາທິການວຽກງານການເມືອງ-ແນວຄິດໃຫ້ແກ່ຄະນະພັກຂັ້ນເທິງ ປະກອບສ່ວນເຮັດໃຫ້ວຽກງານໂຄສະນາອົບຮົມມີຜົນສຳເລັດ ແລະ ຫັນປ່ຽນສູ່ຄຸນນະພາບໃໝ່ເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa