ຄະນະໂຄສະນາອົບຮົມແຂວງ ອຸດົມໄຊ ຈັດພິທີ ປາຖະກະຖາມູນເຊື້ອວັນສຳຄັນຂອງຊາດ, ຂອງພັກ ແລະ ເຜີຍແຜ່ເອກະສານສໍາຄັນຂອງພັກ

   

          ໃນວັນທີ 25 ມັງກອນ 2024 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີ ປາຖະກະຖາມູນເຊື້ອວັນສຳຄັນຂອງຊາດ, ຂອງພັກເຜີຍແຜ່ເອກະສານສໍາຄັນຂອງພັກ ໂດຍການເປັນປະທານຂອງ ສະຫາຍ ສາຍດຳ ໃຈຫຼ້າ ກຳມະການຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ເຂົ້າຮ່ວມກອງປະຊຸມ ມີຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ. 

       ກອງປະຊຸມໄດ້ຮັບຟັງມູນເຊື້ອວັນສຳຄັນຂອງຊາດ, ຂອງພັກ ແລະ ບັນດາເອກະສານສຳຄັນຂອງພັກເຊັ່ນ: ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ; ວັນຄ້າວວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ; ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 68 ປີ ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະກາງສະໄໝ ຄະນະບໍລິຫານງານສູນກາງ ສະຫະພັນກໍາມະບານລາວ ສະໄໝທີ VIII; ເຜີຍແຜ່ແຈ້ງການ ທັດສະນະຂອງ ສປປ ລາວ ຕໍ່ກັບພາກພື້ນ ແລະ ສາກົນ; ຂໍ້ຕົກລົງຂອງທ່ານເຈົ້າແຂວງ ກ່ຽວກັບການນໍາໃຊ້ສື່ສັງຄົມອອນລາຍ

       ໂອກາດດັ່ງກ່າວ ປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມ ແລະ ຮຽກຮ້ອງມາຍັງ ພະນັກງານຫຼັກແຫຼ່ງພາຍໃນຄະນະໂຄສະນາອົບຮົມແຂວງ ເອົາໃຈໃສ່ຄົ້ນຄວ້າກຳແໜ້ນບັນດາເນື້ອໃນມະຕິກອງປະຊຸມຄົບຄະນະກາງສະໄໝ ຄະນະບໍລິຫານງານສູນກາງ ສະຫະພັນກໍາມະບານລາວ ສະໄໝທີ VIII ໂດຍສະເພາະແມ່ນແຜນການໄລຍະທ້າຍສະ   ໄໝຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງໃຫ້ມີຜົນສຳເລັດ; ກຳແໜ້ນບັນດາເນື້ອໃນ ແຈ້ງການ ທັດສະນະຂອງ ສປປ ລາວ ຕໍ່ກັບພາກພື້ນ ແລະ ສາກົນ; ຂໍ້ຕົກລົງຂອງທ່ານເຈົ້າແຂວງ ກ່ຽວກັບການນໍາໃຊ້ສື່ສັງຄົມອອນລາຍ ເພື່ອຍົກສູງສະຕິຕື່ນຕົວເປັນເຈົ້າປະຕິບັດໃຫ້ປະກົດຜົນເປັນຈິງ; ພ້ອມທັງເອົາໃຈໃສ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງທ່ານຜູ້ນຳ ໂດຍສະເພາະແມ່ນຮ່ຳຮຽນເອົາຄຸນສົມບັດສິນທຳປະຕິວັດຂອງປະທານ ຄຳໄຕ ສີພັນດອນ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງໃນຂະບວນການຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາແຂວງອຸດົມໄຊຂອງພວກເຮົາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa