ຄະນະໂຄສະນາອົບຮົມແຂວງ ລົງເຄື່ອນໄຫວຕິດຕາມການຮຽນ-ການສອນ ວິຊາສຶກສາພົນລະເມືອງ ຢູ່ໂຮງຮຽນ ສາມັນກິນນອນຊົນເຜົ່າແຂວງ.

ໃນຕອນເຊົ້າ ຂອງວັນທີ 2 ເມສາ 2024 ຜ່ານມາ ຄະນະໂຄສະນາອົບຮົມແຂວງ ສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງ ລົງເຄື່ອນໄຫວຕິດຕາມການຮຽນ-ການສອນ ວິຊາສຶກສາພົນລະເມືອງ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ນໍາພາໂດຍ ທ່ານ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທິມງານ, ເຂົ້າຮ່ວມມີ ທ່ານ ສົມຈັນ ພົນທະສິດ ອໍານວຍການໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ພ້ອມດ້ວຍຄະນະ ແລະ ຄູອາຈານສອນ ວິຊາສຶກສາພົນລະເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ປະຕິບັດຕາມ ມະຕິຕົກລົງ ຂອງຄະນະບໍລິຫານງານພັກແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 1498/ຄບພຂ, ລົງວັນທີ 15 ທັນວາ 2022; ເພື່ອເປັນການຕິດຕາມ, ຊຸກຍູ້ ແລະ ຖອດຖອນບົດຮຽນໃນການຮຽນ-ການສອນ ວິຊາສຶກສາພົນລະເມືອງ ຢູ່ຊັ້ນມັດທະຍົມຕອນປາຍ ທາງດ້ານເນື້ອໃນ, ຮູບການ ໃນການນໍາເອົາແນວທາງຂອງພັກແຕ່ລະໄລຍະ ນໍາໃຊ້ເຂົ້າໃນການສິດສອນ, ການສຶກສາອົບຮົມການເມືອງ-ແນວຄິດໃຫ້ນັກຮຽນ ເພື່ອເຮັດໃຫ້ແນວທາງຂອງພັກໃນແຕ່ລະໄລຍະ ໄດ້ຜັນຂະຫຍາຍເຂົ້າສູ່ລະບົບການຮຽນ-ການສອນ ໄດ້ຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ເຮັດໃຫ້ການຮຽນ-ການສອນ ວິຊາສຶກສາພົນລະເມືອງ ມີຄຸນນະພາບສູງຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa