ຄະນະໂຄສະນາອົບຮົມແຂວງ ຢຽມຍາມ ແລະ ອວຍພອນ ນາຍແລະທະຫານ ກອງພັນນ້ອຍ 414

          ຕອນບ່າຍຂອງວັນທີ 11 ມັງກອນ 2024 ຄະນະໂຄສະນາອົບຮົມແຂວງ ນໍາພາທິມງານໂດຍທ່ານ ສາຍດໍາ ໃຈຫຼ້າ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຢຽມຢາມ, ອວຍພອນກອງພັນນ້ອ 414 ຕ້ອນຮັບໂດຍທ່ານ ພທ ຄໍາຊາຍ ຫາຍໂຮມພັນ ຫົວໜ້າການທະຫານ ກອງພັນນ້ອຍ 414 ພ້ອມດ້ວຍຄະນະພັກ, ຄະນະບັນຊາເຂົ້າຮ່ວມ.

         ການຢ້ຽມຢາມ ອວຍພອນໃນຄັ້ງນີ້ກໍ່ເພື່ອເປັນການຢ້ຽມຢາມຖາມຂ່າວ ອ້າຍນ້ອງ, ນາຍແລະພົນທະຫານ 414 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ໜູນວຽນບັນຈົບຄົບຮອບອີກວາລະໜຶ່ງ ໃນພິທີ່ທ່ານ ພທ ຄໍາຊາຍ ຫາຍໂຮມພັນ ໄດ້ເລົ່າປະຫວັດມູນເຊື້ອກອງທັບປະຊາຊົນລາວ ໄຕ້ການນໍາພາ ເດັດຂາດ, ໂດຍກົງ ແລະ ຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ ໂດຍສະເພາະແມ່ນການເຄື່ອນໄຫວປະຕິບັດໜ້າທີ່່ໃນການເວນຍາມ, ການແກ້ໄຂບັນຫາປະກົດການຫຍໍ້ທໍ້ ແລະຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ຢູ່ກອງພັນນ້ອຍ 414  ແລະ ບ້ານຫຼັກ32 ໂດຍຫຍໍ້ໃຫ້ທິມງານໄດ້ຮັບຮູ້. ໂດຍເຫັນໄດ້ຄວາມໝາຍຄວາມສໍາຄັນຕໍ່ໜ້າທີ່ອັນສໍາຄັນທາງທິມງານຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ນໍາເອົາເຄື່ອງອຸປະໂພກ – ບໍລິໂພກຈໍານວນໜຶ່ງ ມອບໃຫ້ກອງພັນນ້ອຍ 414 ໃນການເຮັດໜ້າທີ່ເປັນຮົ້ວຂອງຊາດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa