ຄະນະໂຄສະນາອົບຮົມແຂວງອົບຮົມມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ

          ເພື່ອປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະ ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການນໍາໃຊ້ເອກະສານ ສະບັບເລກທີ 16/ຄອສພ ລົງວັນທີ 7 ກໍລະກົດ 2021. ດັ່ງນັ້ນໃນຕອນເຊົ້າ ຂອງວັນທີ 29 ທັນວາ 2023 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີອົບຮົມມະຫາຊົນກ້າວໜ້າຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຢ່າງເປັນທາງການ, ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ສີປານຄໍາ ອິນໃຈ ຫົວໜ້າຂະແໜງອົບຮົມ, ມີຄະນະຮັບຜິດຊອບ ແລະ ບັນດາສະຫາຍມາຊົນກ້າວໜ້າທີ່ມາຈາກໜ່ວຍພັກອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 30 ສະຫາຍ, ຍິງ 15 ສະຫາຍ.

          ໃນພິທີ ໄດ້ເຊື່ອມຊຶມເອກະສານ 13 ຄໍາຖາມ-13 ຄໍາຕອບ; ແນໃສ່ເຮັດໃຫ້ມະຫາຊົນກ້າວໜ້າຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ມີຄວາມຮັບຮູ້, ເຂົ້າໃຈປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂມະຫາຊົນທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ; ໜ້າທີ່, ພັນທະ ແລະ ຜົນປະໂຫຍດຂອງສະມາຊິກພັກ; ບັນດາຂໍ້ຫ້າມສໍາລັບສະມາຊິກພັກ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກ ແນວໃດ?, ບົນພື້ນຖານຄວາມຮັບຮູ້, ຄວາມເຂົ້າໃຈ ສາມາດເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າພັກ ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ. ນອກນັ້ນ ສະຫາຍ ນາງ ສີປານຄໍາ ອິນໃຈ ຫົວໜ້າຂະແໜງອົບຮົມ ກໍໄດ້ເນັ້ນໜັກໃຫ້ມະຫາຊົນກ້າວໜ້ານໍາເອົາບົດຮຽນທີ່ໄດ້ອົບຮົມ ໄປຄົ້ນຄວ້າ, ເຊື່ອມຊຶມ, ກໍາ ແໜ້ນ ພ້ອມທັງຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນມະຫາຊົນກ້າວໜ້າທີ່ເປັນແບບຢ່າງທີ່ດີ ໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ສາມາດຂະຫຍາຍເຂົ້າເປັນສະມາຊິກພັກໄດ້ໃນຕໍ່ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa