ຄະນະໂຄສະນາອົບຮົມແຂວງອຸດົມໄຊ ລົງປາຖະກະຖາ ແລະ ໂຄສະນາເຄື່ອນທີ່

ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງໄຊ ລົງປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ ຕອນເຊົ້າຂອງວັນທີ່ 27 ມີນາ 2024 ຢູ່ທີ່ໂຮງຮຽນມໍຕົ້ນໂຮມໄຊ ໄດ້ຈັດປາຖະກະຖາ ສອງວັນປະຫວັດສາດຂຶ້ນ ໂດຍການເປັນປະທານຮ່ວມ ຂອງສະຫາຍ  ວິໄຊ ສີວົງໄຊ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງໄຊ ແລະ ສະຫາຍ ທອງສະໄໝ ວັນທະຈັນ ຮອງເລຂາຄະນະພັກຮາກຖານກຸ່ມບ້ານໂຮມໄຊ, ອໍານວຍການໂຮງຮຽນມໍຕົ້ນໂຮມໄຊ, ມີສະມາຊິກພັກ, ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຮັບຟັງທັງໝົດ 228 ສະຫາຍ, ຍິງ 134 ສະຫາຍ.

ໂອກາດທີ່ມີຄວາມໝາຍ ຄວາມສໍາຄັນນີ້ ສະຫາຍ ວິໄຊ ສີວົງໄຊ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງໄຊ ກໍໄດ້ເລົ່າມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ. ພັກປະຊາຊົນປະຕິວັດລາວແມ່ນອົງການຈັດຕັ້ງເສນາທິການທາງດ້ານການເມືອງ, ເປັນກອງນໍາໜ້າ, ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານບັນດາເຜົ່າ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນລາວບັນດາເຜົ່າເຮັດສໍາເລັດພາລະກິດປະຕິວັດປົດປ່ອຍຊາດຢ່າງສົມບູນ ແລະ ສືບຕໍ່ນໍາພາປະຊາຊົນລາວບັນດາເຜົ່າ ປັກປັກຮັກສາເອກະລາດ ແລະ ກໍ່ສ້າງຊີວິດໃໝ່ ຮອດວັນທີ 22 ມີນາ – 6 ເມສາ 1955 ກອງປະຊຸມໄດ້ລົງມະຕິສ້າງຕັ້ງພັກຂອງຕົນຂຶ້ນ ໂດຍໃສ່ຊື່ວ່າ: ພັກປະຊາຊົນລາວ ເຊິ່ງປັດຈຸບັນແມ່ນພັກປະຊາຊົນປະຕິວັດລາວ ໂດຍໄດ້ເລືອກຕັ້ງ ປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ ຂອງພັກປະຊາຊົນລາວ ເພື່ອນໍາພາສືບທອດພາລະກິດອັນມີກຽດສະຫງ່າ ຂອງພັກ ທາດແທ້ຂອງພັກປະຊາຊົນປະຕິວັດລາວ ແມ່ນເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກຊາດ ແລະ ຂອງຊາດລາວທັງໝົດ; ຍຶດໝັ້ນລັດທິມາກ – ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມ ຂອງພັກ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ; ນັບແຕ່ມື້ສ້າງຕັ້ງຂຶ້ນ ພັກປະຊາຊົນປະຕິວັດລາວ ໄດ້ກໍານົດອຸດົມການ ຂອງຕົນຢ່າງຈະແຈ້ງຄື: ນໍາພາປວງຊົນລາວດໍາເນີນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນ ເພື່ອນໍາເອົາຄວາມເປັນເອກະລາດມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ, ສ້າງສາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ.

ວັນທີ 21 ມີນາ ເປັນວັນຄຽດແຄ້ນຂອງປະຊາຊົນລາວ ແລະ ເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນລາວ ຢູ່ເມືອງທ່າແຂກບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສຳຄັນທີ່ສຸດຢູ່ໃນລາວ, ມັນບໍ່ພຽງແຕ່ເປັນ “ ວັນຄຽດແຄ້ນ ” ຂອງປະຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ, ມັນຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນຳກັນລະຫວ່າງ 2 ຊາດລາວ – ຫວຽດນາມ ອ້າຍນ້ອງ ທີ່ເປັນແວ່ນແຍງອັນເຫຼື້ອມໃສ ຂອງນໍ້າໃຈສູ້ຮົບຢ່າງພິລະອາດຫານບໍ່ຍອມຈໍານົນ ຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ກໍ່ຄືການບັນຊາທີ່ເດັດດ່ຽວໜຽວແໜ້ນ ຂອງຄະນະກອງບັນຊາການກຳລັງປະກອບອາວຸດພວກເຮົາ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ນຳໜ້າ, ມັນໄດ້ຝັງເລິກໃນດວງໃຈ ຂອງປະຊາຊົນລາວ ແລະ ຫວຽດນາມຕ່າງດ້າວ ທີ່ຮັກຊາດຈົນຊົ່ວກາລະນານ ບັ້ນຮົບດັ່ງກ່າວ ເຖິງຈະບໍ່ໄດ້ຮັບໄຊຊະນະ ແລະ ຖືກນອງເລືອດກໍ່ຕາມ ແຕ່ມັນກໍ່ເປັນການປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ ຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຮືຂຶ້ນຢ່າງເປັນຂະບວນຕໍ່ສູ້ ຕ້ານການຮຸກຮານ ຂອງພວກລ່າເມືອງຂຶ້ນຝຣັ່ງ. ພ້ອມນັ້ນ ຍັງພິສູດໃຫ້ເຫັນເຖິງຄວາມສະຫຼາດ, ຄວາມເກັ່ງກ້າສາມາດ ແລະ ມີໄຫວພິບໃນການຊີ້ນຳ ແລະ ບັນຊາສູ້ຮົບ ຂອງກຳລັງປະຕິວັດລາວ ບັ້ນຮົບທ່າແຂກ ໄດ້ສະແດງໃຫ້ປະຊາຊົນລາວ ແລະ ຊາວໂລກ ເຫັນແຈ້ງເຖິງທາດແທ້ຄວາມປ່າເຖື່ອນ, ໂຫດຫ້ຽມສາມານ ຂອງລ່າເມືອງຂຶ້ນຝຣັ່ງ ທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະແມ່ນຊາວເມືອງທ່າແຂກບັ້ນຮົບດັ່ງກ່າວ ໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ພິລະອາດຫານ ຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ.

ພ້ອມດຽວກັນກໍ່ໄດ້ມີການຫີ້້ນກິດຈະກໍາຖາມຕອບຕໍ່ນ້ອງນັກຮຽນ ແລະ ສາຍສາລະຄະດີ ການນໍາພາ-ຊີ້ນໍາຂອງພັກປະຊາຊົນປະຕິວັດລາວໃນໄລຍະ 60 ປີ ທີ່ຜ່ານມາ,  ສາລະຄະດີຜົນຮ້າຍຂອງຢາເສບຕິດ ແລະ ສາລະຄະດີອື່ນໆ.

ຂຽນໂດຍ ພູວັນ ອ່ອນພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa