ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຂົ້າຮ່ວມກອງປະຊຸມທາງໄກ (Video conference) ວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ໌) ທົ່ວປະເທດ ປະຈໍາໄຕມາດ I 2024.

ປະຕິບັດຕາມໜັງສືເຊີນຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຄະນະໂຄສະນາອົບຮົມສູນກາງພັກ ເລກທີ 69/ກຂສ-ຝຮ, ຄອນຫວງວຽງຈັນ, ລົງວັນທີ 15 ມີນາ 2024 ກ່ຽວກັບການເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ໌) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ປະຈໍາໄຕມາດ I 2024. ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 25 ມີນາ 2024 ທ່ານ ສາຍດຳ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຂະແໜງສັງລວມ ແລະ ຂໍ້ມູນຂ່າວສານຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ (ກອງປະຊຸມທາງໄກ) ໂດຍການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ມີຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ຄະນະຊີ້ນຳ, ຄະນະແອັດມິນວຽກງານເວັບໄຊສ໌ຂອງບັນດາແຂວງທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ໌) ປະຈໍາໄຕມາດ I 2024 ຂອງ 18 ແຂວງໃນທົ່ວປະເທດ, ເຊິ່ງແຕ່ລະແຂວງໄດ້ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກໃນການຈັດຕັ້ງເຄື່ອນໄຫວວຽກງານປະຈໍາໄຕມາດ I 2024 ຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມປະຈໍາໄຕມາດ II  2024, ພ້ອມທັງມີຂໍ້ສະເໜີ ແລະ ຄຳຄິດ, ຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນ: ການຝຶກອົບຮົມວຽກງານເວັບໄຊສ໌, ເຕັກນິກການຂຽນຂ່າວ; ການສະໜອງອຸປະກອນທີ່ຈຳເປັນໃຫ້ແກ່ການໂຄສະນາຜ່ານສື່ເອເລັກໂຕຼນິກ ແລະ ການຖອດຖອນບົດຮຽນວຽກງານຂໍ້ມູນຂ່າວສານຢູ່ພາຍໃນ ແລະ ຕ່າງປະເທດ. ສຳລັບຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄລຍະ 3 ເດືອນ ຜ່ານມາໄດ້ເອົາໃຈໃສ່ນຳພາເຄື່ອນໄຫວວຽກງານເວັບໄຊສ໌ເຄື່ອນໄຫວຢ່າງເປັນປົກກະຕິສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຄື: ຂຽນຂ່າວລົງເວັບໄຊສ໌, ເຟສບຸກ, ໂທລະໂຄ່ງ, ວິທະຍຸຊຸມຊົນຂອງເມືອງ ແລະ ວິທະຍຸກະຈາຍສຽງຂອງແຂວງ ໄດ້ 34 ຂ່າວ; ຈັດລາຍການ “ໂຄສະນາອົບຮົມ” ອອກທາງວິທະຍຸກະຈາຍສຽງຂອງແຂວງ ໄດ້ 13 ຄັ້ງ; ຄຸ້ມຄອງ-ນຳໃຊ້ ແລະ ພັດທະນາເວັບໄຊສ໌ຂອງແຂວງສາມາດດຶງດູດຜູ້ເຂົ້າຊົມໄດ້ 6.681 ວິວທຽບໃສ່ໄລຍະຜ່ານມາແມ່ນເພີ່ມຂຶ້ນ; ສ້າງປຶ້ມກອງປະຊຸມວຽກງານເວັບໄຊສ໌ ທົ່ວປະເທດ ປະຈໍາປີ 2023, ກອງປະຊຸມດໍາເນີນຊີວິດການເມືອງ ຂອງ ຄະນະໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ປະຈໍາປີ 2023,  ກອງປະຊຸມວຽກງານໂຄສະນາອົບຮົມທົ່ວແຂວງ ແລະ ວຽກຫາງສຽງສັງຄົມທົ່ວແຂວງ ປະຈຳປີ 2023, ກອງປະຊຸມວຽກງານຄົ້ນຄວ້າ-ສັງລວມ ປະຈໍາປີ 2023 ສໍາເນົາໄວ້ຫ້ອງສະໝຸດ; ສໍາເນົາຮູບພາບການເຄື່ອນໄຫວວຽກງານ ໂຄສະນາອົບຮົມແຂວງແຕ່ລະໄລຍະ ໄດ້ທັງໝົດ 13 ວຽກງານ; ປັບປຸ່ງຫ້ອງປະຊຸມທາງໄກ ແລະ ຫ້ອງສະໝຸດຂອງຄະນະໂຄສະນາອົບຮົມແຂວງ ແລະ ຕິດຕາມ, ເກັບກຳ, ວິເຄາະສະພາບການທີ່ພົ້ນເດັ່ນ ປະຈໍາເດືອນ ມັງກອນ-ມີນາ  ແລະ ໄລຍະ 3 ເດືອນ 2024 ລາຍງານຂັ້ນເທິງ ຕິດພັນກັບບົດສະຫຼຸບລາຍງານວຽກງານໂຄສະນາອົບຮົມ ແລະ ບົດລາຍງານວຽກຫາງສຽງສັງຄົມ.

ໂອກາດດັ່ງກ່າວ ປະທານກອງປະຊຸມໄດ້ຮຽກຮ້ອງມາຍັງບັນດາທ່ານຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະຊີ້ນຳ, ຄະນະແອັດມິນວຽກງານເວັບໄສຊຂອງບັນດາແຂວງ ໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອລັກໂຕຣນິກ (ເວັບໄຊສ໌) ໂດຍສະເພາະແມ່ນແຜນການປະຈໍາໄຕມາດ II 2024 ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ເພື່ອຫັນປ່ຽນວຽກງານໂຄສະນາອົບຮົມຕາມທິດຫັນເປັນທັນສະໄໝເທື່ອລະກ້າວ, ແນໃສ່ເຮັດໃຫ້ບັນດາແນວທາງແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ລະບຽບກົດໝາຍຂອງລັດ, ຜົນງານການຈັດຕັ້ງເຄື່ອນໄຫວວຽກງານວຽກງານໂຄສະນາອົບຮົມແຕ່ລະໄລຍະ ໄດ້ຮັບການເຜີຍແຜ່ຜ່ານສື່ເອເລັກໂຕນິກສູ່ສັງຄົມໄດ້ຢ່າງວ່ອງໄວ, ກວ້າງຂວາງ ແລະ ທັນກັບສະພາບການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa